ສະເໜີປື້ມ“ໂຮ່ຈິມິນ:ພາລະກິດແລະຍຸກສະໄໝ”ຢູ່ມົງໂກນ

ສະເໜີປື້ມ“ໂຮ່ຈິມິນ:ພາລະກິດແລະຍຸກສະໄໝ”ຢູ່ມົງໂກນ - ảnh 1
(ພາບປະກອບ: TTXVN)

(vovworld) –  ວັນ​ທີ 09/09, ສະຖານທູ​ດຫວຽດນາມ ປະຈຳ​ມົງ​ໂກນ ສົມທົບ​ກັບ​ສະ​ຖາ​ບັນດິດ​ວິທະຍາສາດ​ມົງ​ໂກ​ນ ​ແລະ ສະມາຄົມ​ມົງ​ໂກນ - ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເໜີ​ປື້ມ “​ໂຮ່ຈິ​ມິນ: ພາລະກິດ​ ແລະ​ ຍຸກ​ສະ​ໄໝ” ຂອງ​ຜູ້​ແຕ່ງ Sonomish Dashtsevel ຢູ່​ໂຮງ​ປື້​ມ “Internom” ທີ່​ນະຄອນຫຼວງ Ulan Bator.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ປະຈຳ​ມົງ​ໂກນ ຟານ​ດັງ​​ເດືອ​ງ, ສະ​ແດງ ຄວາມ​ເຄົາລົບ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສາດສະດາຈານ, ດ.ຣ Sonomish Dashtsevel  ​ທີ່​ໄດ້​ສະຫງວນຕະຫຼອດ​ຊີວິດ​ຂອງ​ຕົນ​ເພື່ອ​ຄົ້ນ​ຄ້ວາ​ກ່ຽວ​ກັບປະ​ເທດ​ຊາດ, ມະນຸດ ​ແລະ ວັດທະນະທຳ​ຫວຽດນາມ. ພິ​ເສດ, ປື້​ມຫົວ​ນີ້ ​ໄດ້​ຮັບ​ການພິມຈຳໜ່າຍ ​ແລະ ສະ​ເໜີ​ຕໍ່​ຜູ້​ອ່ານ​ມົງ​ໂກນ ກົງ​ກັບ​ໂອກາດ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ການ​ປະຕິວັດ​​ເດືອນ​ສິງຫາ ​ແລະ ວັນຊາດ​ຫວຽດນາມ ທີ 2 ກັນຍາ.

        ຜູ່​ຕາງໜ້າ​ສະຖານທູດ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ປື້​ມຫົວ​ນີ້​ຈະ​ປະກອບສ່ວນ​ຊ່ວຍ​ໃຫ້​ປະຊາຊົນ​ມົງ​ໂກ​ນ, ​ໂດຍ​ສະ​ເພາະ​ແມ່ນ​ໄວ​ໜຸ່ມ ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີ​ວິດ ​ແລະ ພາລະກິດ​ຂອງ​ປະທານ​ໂຮ່ຈິ​ມິນ ກວ່າ.

ຂ່າວ/ບົດ​ອື່ນ