ສະເໜີແນະນະໂຍບາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຊຸກຍູ້ການເຕີບໂຕ

(VOVWORLD) - ໃນສະພາບຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດ, ບັນດານັກຊ່ຽວຊານ ຖືວ່າ ຄວນເພີ່ມທະວີການໜູນຊ່ວຍໃຫ້ແກ່ພື້ນຖານເສດຖະກິດ
ສະເໜີແນະນະໂຍບາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຊຸກຍູ້ການເຕີບໂຕ - ảnh 1ກອງປະຊຸມສຳມະນາ ຈັດຂຶ້ນໃນວັນທີ 11 ພຶດສະພາ, ຢູ່ຮ່າໂນ້ຍ
(ພາບ:daibieunhandan.vn)

ນະໂຍບາຍເງິນຕາຕ້ອງໄດ້ຮັບການຮັກສາຢູ່ໃນສະພາບເໝາະສົມກັບສະພາບການຕົວຈິງຂອງພື້ນຖານເສດຖະກິດ, ສືບຕໍ່ສົມດຸນລະຫວ່າງຄວາມສ່ຽງການເງິນ ກັບການໜູນຊ່ວຍຟື້ນຟູເສດຖະກິດ, ລຸລ່ວງການໝູນວຽນຂອງກະແສເງິນລົງທຶນ. ນີ້ແມ່ນຂໍ້ສະເໜີແນະໂດຍບັນດານັກຊ່ຽວຊານຍົກອອກມາທີ່ກອງປະຊຸມສຳມະນາຜົນກະທ້ອນຂອງສະພາບອັດຕາດອກເບ້ຍສູງຕໍ່ການຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ຟື້ນຟູການເຕີບໂຕໃນປີ 2023 ໂດຍສະຖາບັນຄົ້ນຄ້ວາເສດຖະກິດ ແລະ ນະໂຍບາຍ (VERP), ມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຈັດຂຶ້ນໃນວັນທີ 11 ພຶດສະພາ, ຢູ່ຮ່າໂນ້ຍ.

        ໃນສະພາບຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດ, ບັນດານັກຊ່ຽວຊານ ຖືວ່າ ຄວນເພີ່ມທະວີການໜູນຊ່ວຍໃຫ້ແກ່ພື້ນຖານເສດຖະກິດ, ໃນນັ້ນ ທັງສ້າງຄວາມສົມດຸນລະຫວ່າງເປົ້າໝາຍຮັກສາ “ເສດຖະກິດມະຫາພາກເປັນປົກກະຕິ” ທັງຊອກຫາບັນດາມາດຕະການນະໂຍບາຍ ເພື່ອແນໃສ່ຊຸກຍູ້ການຟື້ນຟູເສດຖະກິດ, ຟື້ນຟູການຜະລິດດຳເນີນທຸລະກິດຂອງ ວິສາຫະກິດ.

        ຕາມບັນດານັກຊ່ຽວຊານແລ້ວ, ໃນໄລຍະຍາວ, ຄວນຕິດຕາມການຜັນແປເສດຖະກິດໂລກ ແລະ ພາຍໃນປະເທດຢ່າງໃກ້ຊິດ; ຊຸກຍູ້ຄວາມມີໄຫວພິບຂອງນະໂຍບາຍເງິນຕາ ແລະ ຄວາມສາມາດຮັບມືຂອງລະບົບທະນາຄານ.

ຕອບກັບ

ຂ່າວ/ບົດ​ອື່ນ