ສະເໜີໂຕຮູບແບບໃໝ່ກ່ຽວກັບບັນຊາລົດຍົນຜ່ານເຄືອຂ່າຍອິນເຕີເນັດຕອນບ່າຍວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ມະຫາວິທະ

(VOVWORLD) -ຕອນບ່າຍວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍໄດ້ແນະນຳພື້ນຖານ ແລະ ຮູບແບບໃໝ່ກ່ຽວກັບບັນຊາລົດຍົນຜ່ານເຄືອຂ່າຍອິນເຕີເນັດ EMDDI ຊຶ່ງແມ່ນຜະລິດຕະພັນທາງດ້ານວິທະຍາສາດ ເຕັກໂນໂລຊີຂອງກຸ່ມບັນດານັກວິທະຍາສາດສັງກັດ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ.
ສະເໜີໂຕຮູບແບບໃໝ່ກ່ຽວກັບບັນຊາລົດຍົນຜ່ານເຄືອຂ່າຍອິນເຕີເນັດຕອນບ່າຍວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ມະຫາວິທະ - ảnh 1ພາບປະຈຸບັນ 

ປະຈຸບັນ, ຮູບແບບໃໝ່ກ່ຽວກັບບັນຊາລົດຍົນຜ່ານເຄືອຂ່າຍອິນເຕີເນັດ EMDDI ໄດ້ຮັບອະນຸຍາດຈາກກະຊວງຄົມມະນາຄົມຂົນສົ່ງຫວຽດນາມເພື່ອເຂົ້າຮ່ວມທົດລອງຜັນຂະຫຍາຍການນຳໃຊ້ ວິທະຍາສາດ ເຕັກໂນໂລຊີໜູນຊ່ວຍການຄຸ້ມຄອງ, ເຊື່ອມຕໍ່ກັບການເຄື່ອນໄຫວຂົນສົ່ງຜູ້ໂດຍສານຕາມສັນຍາຢູ່ 7 ແຂວງ, ນະຄອນ ແລະ ໄດ້ຮັບໝາກຜົນທີ່ໜ້າຊື່ນຊົມ. ທ່ານ ເຈີນກວາງຮ່າ, ຮອງຫົວໜ້າກົມ ວິທະຍາສາດ ເຕັກໂນໂລຊີ, ກະຊວງຄົມມະນາຄົມຂົນສົ່ງ ໃຫ້ຮູ້ວ່າ :   “ກະຊວງຄົມມະນາຄົມຂົນສົ່ງເຫັນ ນີ້ແມ່ນຜະລິດຕະພັນຢູ່ພາຍໃນປະເທດ, ແຕ່ໄດ້ນຳມາເຊິ່ງຄຸນປະໂຫຍດເພື່ອຮັບປະກັນຄວາມກົມກ່ຽວລະຫວ່າງການຄຸ້ມຄອງລັດເພື່ອຄຸ້ມຄອງຍານພາຫະນະ, ຄຸ້ມຄອງການເຄື່ອນໄຫວດຳເນີນທຸລະກິດຂົນສົ່ງ. ສຳລັບບັນດາຜູ້ຊົມໃຊ້ແມ່ນໄດ້ຮັບການບໍລິການທີ່ດີ, ລາຄາເໝາະສົມ. ທີ 3 ແມ່ນສຳລັບບັນດາວິສາຫະກິດຂົນສົ່ງ ແມ່ນມີຕະຫຼາດ ກໍຄືໄດ້ຮັບການສ່ອງແສງຈາກລູກຄ້າ ເພື່ອຈະສະໜອງຜະລິດຕະພັນ ການບໍລິການທີ່ດີກ່ວາເກົ່າ  ”

ຕອບກັບ

ຂ່າວ/ບົດ​ອື່ນ