ສະເໜີໃຫ້ ອິນເດຍ ເປີດປະຕູຕະຫຼາດຜະລິດຕະພັນກະເສດ, ໝາກໄມ້ສົດຂອງ ຫວຽດນາມ

(VOVWORLD) -ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ກຳລັງບົ່ມຊ້ອນຢ່າງຄົບຖ້ວນໃນການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ອິນເດຍ, ຮ່າໂນ້ຍ ແລະ ນິວເດລີ ຕ້ອງຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າໃຫ້ແກ່ວິສາຫະກິດ 2 ປະເທດ.
ສະເໜີໃຫ້ ອິນເດຍ ເປີດປະຕູຕະຫຼາດຜະລິດຕະພັນກະເສດ, ໝາກໄມ້ສົດຂອງ ຫວຽດນາມ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ  ຫງວຽນຮົ່ງຢຽນ ຕ້ອນຮັບທ່ານ Sandeep Arya, ເອກອັກຄະລັດຖະທູດວິ ອິນເດຍ ປະຈຳ ຫວຽດນາມ
(ພາບ: moit.gov.vn)

        ວັນທີ 14 ກຸມພາ, ທີ່ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Sandeep Arya, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ອິນເດຍ ປະຈຳ ຫວຽດນາມ ຢູ່ສຳນັກງານກະຊວງອຸດສາຫະກຳການຄ້າ ຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ກຳລັງບົ່ມຊ້ອນຢ່າງຄົບຖ້ວນໃນການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ອິນເດຍ, ຮ່າໂນ້ຍ ແລະ ນິວເດລີ ຕ້ອງຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າໃຫ້ແກ່ວິສາຫະກິດ 2 ປະເທດ. ພ້ອມທັງ, ຈັດບັນດາການເຄື່ອນໄຫວເຊື່ອມຕໍ່ວິສາຫະກິດກ່ຽວກັບດ້ານການຄ້າ ແລະ ການຮ່ວມມືລົງທຶນ, ຫັນລະບົບສະໜອງວັດຖຸດິບເປັນຫຼາຍຮູບຫຼາຍແບບ, ໂດຍສະເພາະແມ່ນໃນບັນດາຂະແໜງເຊິ່ງ 2 ຝ່າຍມີທ່າແຮງ, ຄື: ວັດຖຸດິບເພື່ອຜະລິດເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນການຢາຈາກ ອິນເດຍ, ຜະລິດຕະພັນກະເສດ, ສິນໃນນ້ຳ, ທັນຍາຫານຈາກ ຫວຽດນາມ. ນອກນັ້ນ, ທ່ານລັດຖະມົນຕີສະເໜີໃຫ້ທ່ານເອກອັກຄະລັດຖະທູດ ອິນເດຍ ໜູນຊ່ວຍການຍູ້ໄວຂັ້ນຕອນອອກໃບອະນຸຍາດນຳເຂົ້າໝາກໄມ້ສົດຂອງ ຫວຽດນາມ, ກ່ອນອື່ນໝົດແມ່ນ: ໝາກລຳໄຍ, ໝາກກ້ຽງໃຫຍ່, ໝາກເງາະ ແລະ ໝາກຖົ່ວລຽນ, ຫຼັງຈາກນັ້ນແມ່ນໝາກໄມ້ປະເພດຕ່າງໆຄື: ໝາກອາໂວນກາໂດ, ໝາກພ້າວ, ໝາກໂມ, ສະຕໍເບີລີ.

        ສ່ວນຝ່າຍອິນເດຍ, ທ່ານເອກອັກຄະລັດຖະທູດ Sandeep Arya ຢືນຢັນວ່າ, ຫວຽດນາມ ແມ່ນຄູ່ຄ້າສຳຄັນແຖວໜ້າຂອງ ອິນເດຍ ຢູ່ ອາຊຽນ. ທ່ານຕີລາຄາສູງບັນດາຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດ: ພະລັງງານຜະລິດຄືນໃໝ່, ນ້ຳມັນອາຍແກັດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເສດຖະກິດດີຈີຕອນ, ຢຸກຢາ.

ຕອບກັບ

ຂ່າວ/ບົດ​ອື່ນ