ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ດາ​ບັນ​ພະ​ບຸ​ລຸດທີ່​ມີ​ຕໍ່​ປະ​ເທດ​ຊາດ

(VOVWORLD) -ຕອນເຊົ້າວັນທີ 9 ກຸມພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຖະຫວາຍທູບທຽນ ອາໄລຫາບັນດາບັນພະບຸລຸດທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ ໃນໂອກາດລະດູບານໃໝ່ ຢູ່ວັງ ກິງທຽນ - ພະລາດຊະວັງທັງລອງ, ຮ່າໂນ້ຍ.

ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ດາ​ບັນ​ພະ​ບຸ​ລຸດທີ່​ມີ​ຕໍ່​ປະ​ເທດ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຖະຫວາຍທູບທຽນ ອາໄລຫາບັນດາບັນພະບຸລຸດທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ (ພາບ: TTXVN)

ເມື່ອໂອ້ລົມກັບບັນດາພະນັກງານ ຢູ່ເຂດປູຊະນີຍະສະຖານ ພະລາດຊະວັງທັງລອງ, ທ່ານ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ພະລາດຊະວັງ ທັງລອງ ແມ່ນສະຖານທີ່ສ້າງຂີດໝາຍປະຫວັດສາດນັບພັນປີ, ເປັນບ່ອນເຕົ້າໂຮມສິ່ງທີ່ສັກສິດ, ສິ່ງຍອດຍິ່ງດ້ານວັດທະນະທຳຂອງຊາດ, ແມ່ນສະຖານທີ່ເພື່ອໃຫ້ບັນດາລາດຊະວົງລຸ້ນສືບທອດ ເປີດກວ້າງພາລະກິດຂອງລັດ, ກໍ່ສ້າງ ແລະ ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ດັ່ງນັ້ນ, ພະນັກງານ, ລັດຖະກອນ ເຂດປູຊະນີຍະສະຖານ ຄວນຕັ້ງໜ້າໂຄສະນາ, ເຮັດໃຫ້ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເຂດປູຊະນີຍະສະຖານ ພະລາດຊະວັງທັງລອງໃຫ້ເປັນຢ່າງດີ, ປະກອບສ່ວນສ້າງນະຄອນຫຼວງຮ່າໂນ້ຍອະລິຍະທຳນັບພັນປີ.

ຕອບກັບ

ຂ່າວ/ບົດ​ອື່ນ