ສະ​ແດງ​ຄວາມ​ຮູ້ບຸນ​​ຄຸນ​ພະ​ນັກ​ງານ, ນັກ​ຮົບລຸ້ນ​ຕ່າງໆ​ຂອງ “ກອງ​ກ່ຳ​ປັ່ນບໍ່​ມີ​ໝາກ​ເລກ”

(VOVWORLD) - ວັນທີ 20 ຕຸລາ, ຢູ່ອະນຸສາວະລີ ຖະໜົນ ໂຮ່ຈີມິນ ຢູ່ທະເລ - ທ່າກ່ຳປັ່ນ ລົກອານ, ຂຶ້ນກັບຕາແສງ ເຟຶອກທ້ວນ, ເມືອງ ຊວຽນມົກ (ແຂວງ ບ່າເຣ້ຍ - ຫວູງເຕົ່າ), ກອງບັນຊາການ ທະຫານເຮືອ ເຂດ 2 ແລະ ຜູ້ຕາງໜ້າການນຳອຳນາດການປົກຄອງທ້ອງຖິ່ນ, ນັກຮົບເກົ່າ ສະມາຄົມມູນເຊື້ອກ່ຳປັ່ນບໍ່ມີໝາຍເລກ (ກ່ຳປັ່ນປິດລັບ) ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ເພື່ອສະເຫຼີມສະຫຼອງວັນເປີດເສັ້ນທາງ ໂຮ່ຈີມິນ ຢູ່ທະເລ ຄົບຮອບ 60 ປີ.  (ວັນທີ 23/10/1961 – 23/10/2021).
ສະ​ແດງ​ຄວາມ​ຮູ້ບຸນ​​ຄຸນ​ພະ​ນັກ​ງານ, ນັກ​ຮົບລຸ້ນ​ຕ່າງໆ​ຂອງ “ກອງ​ກ່ຳ​ປັ່ນບໍ່​ມີ​ໝາກ​ເລກ” - ảnh 1ພິທີຖະຫວາຍທູບທຽນ (ພາບ: TTXVN)

ທີ່ພິທີຖະຫວາຍທູບທຽນ, ຜູ້ແທນໄດ້ຫວນຄືນວິລະກຳທີ່ສະຫງ່າອົງອາດຂອງພະນັກງານ, ນັກຮົບ “ກອງກ່ຳປັ່ນບໍ່ມີໝາກເລກ” ລຸ້ນຕ່າງໆ, ທະຫານ ແລະ ປະຊາຊົນບັນດາທ້ອງຖິ່ນຢູ່ເຂດຮັບອາວຸດຂອງ “ກອງກ່ຳປັ່ນບໍ່ມີໝາກເລກ” ເຊິ່ງໄດ້ຂົນມາແຕ່ພາກເໜືອເຂົ້າພາກໃຕ້, ໃນນັ້ນ ມີທ່າກ່ຳປັ່ນ ລົກອານ. ວິລະກຳພິລະອາດຫານຂອງພະນັກງານ, ນັກຮົບ “ກອງກ່ຳປັ່ນບໍ່ມີໝາກເລກ” ໄດ້ປະກອບສ່ວນເສີມສ້າງເຮັດໃຫ້ລັດທິວິລະຊົນປະຕິວັດສະຫວ່າງສະໄຫວ, ເປັນສັນຍາລັກແກ່ເຈດຈຳນົງ ແລະ ຄວາມຄາດຫວັງ “ບໍ່ມີສິ່ງໃດປະເສີດເລີດລ້ຳກວ່າເອກະລາດເສລີພາບ” ຂອງ ປະຊາຊົນ ຫວຽດນາມ.

        ກໍເນື່ອງໃນໂອກາດນີ້, ກອງບັນຊາການທະຫານເຮືອ ເຂດ 2 ໄດ້ມອບຮູບຈຳລອງ ກ່ຳປັ່ນບໍ່ມີໝາຍເລກ ດ້ວຍໝາກລັບ C41 ຂອງ “ກອງກ່ຳປັ່ນບໍ່ມີໝາຍເລກ” ໃຫ້ແກ່ ຄະນະຄຸ້ມຄອງເຂດປູຊະນີຍະສະຖານ ທ່າກ່ຳປັ່ນ ລົກອານ. ນອກຈາກນັ້ນແລ້ວ, ກໍຍັງສົມທົບກັບການນຳ ເມືອງ ຊວຽນມົກ ມອບຂອງຂວັນໃຫ້ແກ່ 5 ຄອບຄົວເປົ້າໝາຍນະໂຍບາຍ ຢູ່ເມືອງ ຊວຽນມົກ ແລະ ເມືອງ ເດິດດໍ.

ຕອບກັບ

ຂ່າວ/ບົດ​ອື່ນ