ສາ​ກົນ ກ່າວ​ປະ​ນາມ​ການ​ປຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​ແອັນ ແນ​ໃສ່​ເຂດ Gaza

(VOVWORLD) - ວັນທີ 10 ພຶດສະພາ, ຊີຣີ, ຈໍແດນ, ຕວັກກີ ແລະ ອີຣານ ໄດ້ກ່າວປະນາມການກະທຳເກາະຜິດຂອງ  ອິດສະຣາແອັນ ທີ່ແນໃສ່ເຂດ Gaza ໃນຕອນເຊົ້າຂອງວັນດຽວກັນ, ເຮັດໃຫ້ຊາວ ປາແລັດສະຕິນ 13 ຄົນເສຍຊີວິດ, ໃນນັ້ນ ມີທັງແມ່ຍິງ ແລະ ເດັກນ້ອຍ.
ສາ​ກົນ ກ່າວ​ປະ​ນາມ​ການ​ປຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​ແອັນ ແນ​ໃສ່​ເຂດ Gaza - ảnh 1ເຂດ Gaza ຖືກ ອິດສະຣາແອັນ ບຸກໂຈມຕີທາງອາກາດ (ພາບ: AP)

        ໃນຖະແຫຼງການ, ກະຊວງການຕ່າງປະເທດ ຊີຣີ ຢັ້ງຢືນ ສະໜັບສະໜູນປະຊາຊົນ ປາແລັດສະຕິນ ແລະ ຄວາມເປັນທຳຂອງເຂົາເຈົ້າ, ພ້ອມທັງກ່າວປະນາມການກະທຳບຸກໂຈມຕີຂອງ ອິດສະຣາແອັນ ແລະ ບັງຄັບໃຫ້ເຈົ້າໜ້າທີ່ ອິດສະຣາແອັນ  ຕ້ອງຮັບຜິດຊອບກ່ຽວກັບໝາກຜົນການບຸກໂຈມຕີແນໃສ່ເຂດ Gaza.

        ກະຊວງການຕ່າງປະເທດ ຈໍແດນ ກໍກ່າວປະນາມການກະທຳຂອງ ອິດສະຣາແອັນ ທີ່ພວມປີນຂັ້ນໄດຢູ່ເຂດ Gaza ແລະ ການບຸກໂຈມຕີຢ່າງດຸເດືອດຢູ່ນະຄອນ Nablus, ສະເໜີໃຫ້ປະຊາຄົມສາກົນ ຕ້ອງມີມາດຕະການແກ້ໄຂໂດຍທັນທີ ແລະ ມີປະສິດທິຜົນເພື່ອສະກັດກັ້ນການຮຸກຮານດັ່ງກ່າວ, ປົກປ້ອງປະຊາຊົນ ປາແລັດສະຕິນ ຢູ່ເຂດ Gaza.

        ກະຊວງການຕ່າງປະເທດ ຕວັກກີ ກໍເນັ້ນໜັກວ່າ, ການກະທຳຂອງ ອິດສະຣາແອັນ ແມ່ນບໍ່ອາດຮັບຮູ້ໄດ້; ພ້ອມທັງຮຽກຮ້ອງໃຫ້ຢຸດຕິການບຸກໂຈມຕີດັ່ງກ່າວໃນທັນທີ.

ງອກແທກ - ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ