ສາກົນຕີລາຄາສູງບັນດາຜົນງານຂອງຫວຽດນາມກ່ຽວກັບການຮັບປະກັນສິດທິມະນຸດ

ສາກົນຕີລາຄາສູງບັນດາຜົນງານຂອງຫວຽດນາມກ່ຽວກັບການຮັບປະກັນສິດທິມະນຸດ - ảnh 1


(vovworld)- ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ອາທິດ, ວັນ​ທີ 27/6, ສະພາ​ສິດທິ​ມະນຸດ ສປຊ ​ໄດ້​ອັດສະ​ໄຫມ​ປະຊຸມ​ນັດ​ສາມັນ​ຄັ້ງທີ 26 ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ. ທີ່​ສະ​ໄຫມ​ປະຊຸມ​ຄັ້ງ​ນີ້, ສະພາ​ສິດທິ​ມະນຸດ ສປຊ ​ໄດ້​ຮັບຮອງ​ເອົາ ມະຕິ 31 ສະບັບ, ຂໍ້​ຕົກລົງ 2 ສະບັບ ​ແລະ ອອກ​ຖະ​ແຫລ​ງການ​ຂອງ​ປະທານ.  ​ເມື່​ອ​ເຂົ້າ​ຮ່ວມ​ວາລະ​ປະ​ຊຸມ​ວິສາມັນ ຂອງ ສະພາ​ສິດທິ​ມະນຸດ ດ້ວຍ​ຖານະ​ເປັນ​ສະມາຊິກ, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ຈູງ​ແທ່ງ, ​ເອກ​ອັກຄະ​ລັດຖະທູດ, ຫົວຫນ້າຄະນະ​ຜູ້​ຕາງຫນ້າ​ຫວຽດນາມ ປະຈຳ ​ເຊີ​ແນວ ​​ໄດ້​ປະກອບ​ຄຳ​ເຫັນ​ຢ່າງ​ຕັ້ງຫນ້າ​​ໃສ່​ບັນດາ​ເນື້ອ​ໃນ​ປືກສາ​ຫາລື​, ຜ່ານ​ນັ້ນ ສືບ​ຕໍ່​ຢືນຢັນ​ກັບ​ປະຊາ​ຄົມ​ໂລກ ຄວາມຕັດສິນ​​ໃຈ​ປົກ​ປ້ອງ ​ແລະ ຊຸກຍູ້​ສິດທິ​ມະນຸດຂອງ​ລັດຖະບານ​ຫວຽດນາມ. ທີ່ສະ​ໄຫມ​ປະຊຸມ​ຄັ້ງນີ້, ສະພາ​ສິດທິ​ມະນຸດ ກໍ​ໄດ້​ພິຈາລະນາ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ການ​ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ​ຂອງ 14 ປະ​ເທດ, ​ໃນ​ນັ້ນ ມີ​ຫວຽດນາມ. ຜູ້​ຕາ​ງຫນ້າ​ຫລາຍ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ຮັບປະກັນ​ສິດທິ​ມະນຸດ, ຊົມ​ເຊີຍ​ຫວຽດນາມ ຮັບ​ຮູ້​ຂໍ້ສ​ະ​ເຫ​ນີ​ແນະ​ເກືອບ​ທັງ​ໝົດ ​ແລະ ມີ​ທ່າ​ທີ​ຮ່ວມ​ມື,​ສ້າງສັນ​ໃນ​ວິວັດ​ການ​ ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ​ UPR ​ເວົ້າ​ສະ​ເພາະ ​ແລະ ຮັບ​ປະ​ກັນ​ສິດທິ​ມະນຸດ​ຢູ່​ຫວຽດນາມ ​ເວົ້າ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ