ສ້າງ​ ລັດແຫ່ງອຳນາດນິຕິບັນຍັດ ແມ່ນ​ຄຸນ​ຄ່າ​ທີ່​ມີ​ລັກ​ສະ​ນະກວມ​ລວມ, ຍອດ​​ຍິ່ງຂອງ ມວນມະ​ນຸດ

(VOVWORLD) -ທີ່ກອງປະຊຸມສຳມະນາ, ນັກຊ່ຽວຊານຖືວ່າ: ມີ 3 ປັດໄຈສຳຄັນໃນການສ້າງລັດແຫ່ງອຳນາດນິຕິບັນຍັດ: ທີ 1 ແມ່ນບັນຫາອະທິປະໄຕ, ທີ 2 ແມ່ນບັນຫາກົດໝາຍ ແລະ ທີ 3 ແມ່ນຄຸນນະພາບຂອງລັດຖະກອນໃນກົງຈັກອຳນາດນິຕິບັນຍັດ ລວມມີ ທັງກຳລັງຄວາມສາມາດ, ຈັນຍາບັນ, ຄຸນສົມບັດ, ຄຸນນະທາດ, , ອິດທິພົນຊື່ສຽງ.
ສ້າງ​ ລັດແຫ່ງອຳນາດນິຕິບັນຍັດ ແມ່ນ​ຄຸນ​ຄ່າ​ທີ່​ມີ​ລັກ​ສະ​ນະກວມ​ລວມ, ຍອດ​​ຍິ່ງຂອງ ມວນມະ​ນຸດ - ảnh 1ກອງປະຊຸມສຳມະນາ (ພາບ: TTXVN)

ຕອນເຊົ້າວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການສ້າງແຜນຮ່າງຍຸດທະສາດໃນການກໍ່ສ້າງ ແລະ ປັບປຸງ ລັດແຫ່ງອຳນາດນິຕິບັນຍັດ ສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນ ຈົນຮອດປີ 2030, ວິໄສທັດຮອດປີ 2045 ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້ທີ່ວ່າ: ບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບ ລັດແຫ່ງອຳນາດນິຕິບັນຍັດ ສັງຄົມນິຍົມ ຫວຽດນາມ. ທ່ານປະທານປະເທດ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳ, ເປັນປະທານກອງປະຊຸມສຳມະນາ. ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຮອງຫົວໜ້າຄະນະຊີ້ນຳແຜນຮ່າງ.

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ນີ້ແມ່ນກອງປະຊຸມສຳມະນາຄັ້ງທຳອິດໃນ 3 ກອງປະຊຸມສຳມະນາ ເຊິ່ງ ຄະນະຊີ້ນຳການສ້າງແຜນຮ່າງຈະຈັດຕັ້ງ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ຫົວຂໍ້ ກອງປະຊຸມສຳມະນານີ້ ແມ່ນເນື້ອໃນ ຈຸດສຸມ ຂອງແຜນຮ່າງຕ້ອງໄດ້ຄົ້ນຄ້ວາ, ປຶກສາຫາລື.

ທີ່ກອງປະຊຸມສຳມະນາ, ນັກຊ່ຽວຊານຖືວ່າ: ມີ 3 ປັດໄຈສຳຄັນໃນການສ້າງລັດແຫ່ງອຳນາດນິຕິບັນຍັດ: ທີ 1 ແມ່ນບັນຫາອະທິປະໄຕ, ທີ 2 ແມ່ນບັນຫາກົດໝາຍ ແລະ ທີ 3 ແມ່ນຄຸນນະພາບຂອງລັດຖະກອນໃນກົງຈັກອຳນາດນິຕິບັນຍັດ ລວມມີ ທັງກຳລັງຄວາມສາມາດ, ຈັນຍາບັນ, ຄຸນສົມບັດ, ຄຸນນະທາດ, , ອິດທິພົນຊື່ສຽງ.

ຕີລາຄາກ່ຽວກັບຄຳເຫັນຂອງນັກຊ່ຽວຊານ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ການສ້າງລັດແຫ່ງອຳນາດນິຕິບັນຍັດ ແມ່ນຄຸນຄ່າທີ່ມີລັກສະນະກວມລວມ, ນັບທັງດ້ານສະຕິປັນຍາ ແລະ ການຄົ້ນຄ້ວາທິດສະດີ, ແມ່ນຍອດຍິ່ງຂອງມວນມະນຸດ. ກ່ຽວກັບດ້ານແນວຄິດແມ່ນຍົກສູງບົດບາດຂອງກົດໝາຍ, ແນວຄິດກ່ຽວກັບອະທິປະໄຕຂອງ ປະຊາຊົນ, ມຸ່ງໄປເຖິງປະຊາຊົນ, ຮັບໃຊ້ປະຊາຊົນ, ຍົກສູງຄຸນຄ່າຄວາມຍຸຕິທຳ, ຄວາມສະເໝີພາບ ແລະ ສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ