ສ້າງກົດໝາຍວ່າດ້ວຍສື່ມວນຊົນຕ້ອງປະຕິບັດຕາມລັດຖະທຳມະນູນ 2013

ສ້າງກົດໝາຍວ່າດ້ວຍສື່ມວນຊົນຕ້ອງປະຕິບັດຕາມລັດຖະທຳມະນູນ 2013 - ảnh 1
ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່​ VOV ຫວູຫາຍ
(ພາບປະກອບ)


​(vovworld) – ສ້າງ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນຕ້ອງປະຕິບັດ​ຕາມ​ລັດຖະທຳ​ມະນູນ 2013, ນີ້​ແມ່ນ​ຄຳ​ເຫັນ​ຂອງ​​ຜູ້​ແທນ​ສ່ວນ​ຫຼາຍ ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ປະ​ກອບ​ຄຳ​ເຫັນ​ສ້າງກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນສະບັບ​ໃໝ່ ​ໂດຍ​ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່​ສານ ​​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/05, ຢູ່​ຮ່າ​ໂນ້ຍ. ກອງປະຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ສື່​ມວນ​ຊົນ ​ແລະ ວຽກ​ງານ​ຄຸ້ມ​ຄອງ​​ລັດ​ກ່ຽວ​ກັບ​ຂົງ​ເຂດ​ສ່ື​ມວນ​ຊົນ, ກະກຽມ​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ໃນ​​ເດືອນ 10/2015. ບັນດາ​ຜູ້​ແທນ​ກໍ່​ຖື​ວ່າ, ​ເລື່ອງ​ສ້າງ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນສະບັບ​ໃໝ່ ຕ້ອງ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ, ສິ່ງບໍ່​ທັນ​ສ້າງ​ສຳ​ເລັດ, ຮັບປະກັນ​ລັກສະນະ​ປອດ​ໄສ ​ແລະ ຖືກ​ກັບທິດກຳນົດ.

     ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ຫວູຫາຍ ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາກະຊວງຄຸ້ມ​ຄອງ ​ແລະ ຖື​ວ່າ, ລັດຖະບານ​ຄວນກຳນົດ​ກ່ຽວ​ກັບ​ກະຊວງຄຸ້ມ​ຄອງ ​ໃນ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​ສະບັບໃໝ່. ປະກອບ​ຄ​ຳ​ເຫັນ​ກ່ຽວ​ກັບກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​ເວົ້າ​ລວ​ມ. ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ຫວູຫາຍ ຊີ້​ແຈ້ງວ່າ.

        “ສື່ມວນ​ຊົນ​ຫວຽດນາມ ກໍ່​ຄື​​ໃນ​ທົ່ວ​ໂລກ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, ດ້ວຍຫຼາຍ​ຮູບ​ການ​ສື່​ມວນ​ຊົນ. ​ຂ້າພະ​ເຈົ້າ​ຖື​ວ່າ ຄວນ​ມີກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​​ສະບັບໃໝ່, ຫຼື ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ສ່ື​ມວນ​ຊົນ​ສະບັບໃໝ່​ປີ 2016, ອີງ​ໃສ່​ຄະນະ​ຮຽບຮຽງ, ອີງ​ໃສ່​ສະພາ​ແຫ່ງ​ຊາດ​ເພື່ອ​ໃຫ້​ມີ​ຊື່​ຢ່າງ​ຈະ​ແຈ້ງ ​ໃຫ້​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​ສະບັບ​ໃໝ່, ​ເພື່ອ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ໃຫ​້​ດີກ​ວ່າ, ​ເພື່ອສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກ​ຂ່າວ, ອົງການ​ສື່ມວນ​ຊົນເສີມ​ຂະຫຍາຍ​ຄວາມ​ສາມາດ​, ໜ​້າທີ່ທັງ​ໝົດ​ເຊິ່ງພັກ, ປະຊາຊົນ​​ໄດ້ມອບ​ໝາຍ​ໃຫ້”.

ຂ່າວ/ບົດ​ອື່ນ