ສ້າງກົນໄກຕິດຕາມກວດກາສຳລັບປາຈາ,ປາບາຊາຂອງຫວຽດນາມແມ່ນສິ່ງບໍ່ຈຳເປັນ

 ສ້າງກົນໄກຕິດຕາມກວດກາສຳລັບປາຈາ,ປາບາຊາຂອງຫວຽດນາມແມ່ນສິ່ງບໍ່ຈຳເປັນ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ

(vovworld)- ​ວັນ​ທີ 30/11, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ​ກ່ຽວ​ຂ້ອງ​ເຖິງ​ເລື່ອງ ກະ​ຊວງ​ກະ​ສິ​ກຳ ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ໂຄງ​ການ​ຕິດ​ຕາມກວດ​ກາ​ສຳ​ລັບ​ປາ​ຈາ, ປາ​ບາ​ຊາ ຂອງ​ຫວຽດ​ນາມ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ໃຫ້​ຮູ້​ວ່າ: ຫວຽດ​ນາມ ເສຍ​ຫວັງ​ກ່ຽວ​ກັບ​ເລື່ອງ​ກະ​ຊວງ​ກະ​ສິ​ກຳ ອາ​ເມ​ລິ​ກາ ຜັນ​ຂະ​ຫຍາຍ​ໂຄງ​ການ​ຕິດ​ຕາມກວດ​ກາ​ສຳ​ລັບ ປາ​ຈາ ແລະ ປາ​ບາ​ຊາ ຂອງ​ຫວຽດ​ນາມ. ບັນ​ດາ​ບໍ​ລິ​ສັດ ຫວຽດ​ນາມ ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ກົນ​ໄກ​ການ​ຕະ​ຫລາດ, ຍາມ​ໃດ​ກໍ​ເຄົາ​ລົບ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ຄຸນ​ນະ​ພາບ​ຫລັກ​ອ​ະ​ນາ​ໄມ​ຄວາມ​ປອດ​ໄພ​ສະ​ບຽງ​ອ​າ​ຫານ ເມື່ອ​ສົ່ງ​ປາ​ຈາ ແລະ ປາ​ບາ​ຊາ ໄປ​ຍັງ​ຕະ​ຫລາດ ອາ​ເມ​ລິ​ກາ ແລະ ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ຜູ້​ໃຊ້​ສອຍ​ອາ​ເມ​ລິ​ກາ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ສະ​ນັ້ນ ເລື່ອງ​ສ້າງ​ຕັ້ງ​ກົນ​ໄກ​ດັ່ງ​ກ່າວ​ແມ່ນ​ສິ່ງ​ທີ່ບໍ່​ຈຳ​ເປັນ. ບໍ່​ພຽງ​ແຕ່ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຫລາຍ​ອົງ​ການ ກໍ​ຄື​ການ​ນຳ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ກໍ​ໄດ້​ອອກ​ສຽງ​ຄັດ​ຄ້ານ​ໂຄງ​ການ​ດັ່ງ​ກ່າວ. ບັນ​ດາ​ປະ​ເທດ ອາ​ຊຽນ ກໍ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ​ກົນ​ໄກ​ນີ້ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ບັນ​ດາ​ປະ​ເທດ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ເຂົາ​ເຈົ້າ.

 

 

 

ຂ່າວ/ບົດ​ອື່ນ