ສ້າງກອງທັບປະຊາຊົນ ຫວຽດນາມ ທີ່ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ

(VOVWORLD) - ຄະນະພັກການທະຫານສູນກາງ ໄດ້ສົມທົບກັບສະພາທິດສະດີສູນກາງ ພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ “ບາງບັນຫາທິດສະດີ, ພຶດຕິກຳຕົວຈິງກ່ຽວກັບການສ້າງກອງທັບປະຊາຊົນ ຫວຽດນາມ ທີ່ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ, ມີຄຸນຄ່າ, ມີຄວາມໝາຍ ແລະ ພຶດຕິກຳຕົວຈິງ”.
ສ້າງກອງທັບປະຊາຊົນ ຫວຽດນາມ ທີ່ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ - ảnh 1ກອງປະຊຸມສຳມະນາ “ບາງບັນຫາທິດສະດີ, ພຶດຕິກຳຕົວຈິງກ່ຽວກັບການສ້າງກອງທັບປະຊາຊົນ ຫວຽດນາມ ທີ່ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ, ມີຄຸນຄ່າ, ມີຄວາມໝາຍ ແລະ ພຶດຕິກຳຕົວຈິງ”.

ຕອນບ່າຍວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ ໄດ້ສົມທົບກັບສະພາທິດສະດີສູນກາງ ພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ “ບາງບັນຫາທິດສະດີ, ພຶດຕິກຳຕົວຈິງກ່ຽວກັບການສ້າງກອງທັບປະຊາຊົນ ຫວຽດນາມ ທີ່ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ, ມີຄຸນຄ່າ, ມີຄວາມໝາຍ ແລະ ພຶດຕິກຳຕົວຈິງ”.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານພົນເອກ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ໄດ້ຊີ້ແຈ້ງວ່າ:

        “ການສ້າງກອງທັບປະຊາຊົນ ຫວຽດນາມ ທີ່ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງແມ່ນຄຳຮຽກຮ້ອງພາວະວິໄສເພື່ອຕອບສະໜອງຄຳຮຽກຮ້ອງໃນການສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມໃນສະພາບການໃໝ່. ດັ່ງນັ້ນ, ວິວັດການສ້າງກອງທັບທີ່ ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ ໄດ້ຮຽກຮ້ອງຕ້ອງຊາບຊຶມ ແລະ ໝູນໃຊ້ທັດສະນະທິດສະດີລັດທິ ມາກ - ເລນິນ ກ່ຽວກັບການກໍ່ສ້າງກອງທັບແບບໃໝ່ຂອງຊົນຊັ້ນກຳມະກອນຢ່າງມີຫົວຄິດປະດິດສ້າງ; ແລະ ບົດຮຽນປະສົບການໃນກ່ວາ 4.000 ປີແຫ່ງການ ສ້າງສາ ແລະ ປົກປັກຮັກສາປະເທດຂອງຄົນລຸ້ນກ່ອນ, ພິເສດແມ່ນບົດຮຽນໃນການກໍ່ສ້າງ, ຕໍ່ສູ້ ແລະ ເຕີບໃຫຍ່ຂອງກອງທັບປະຊາຊົນ ຫວຽດນາມ ໃນເກືອບ 80 ປີຜ່ານມາ”.

        ທີ່ກອງປະຊຸມສຳມະນາ, ບັນດາບົດຄຳເຫັນໄດ້ສຸມໃສ່ເຮັດແຈ້ງການກໍ່ສ້າງກອງທັບປະຊາຊົນ ຫວຽດນາມ ທີ່ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ ມີການໝູນໃຊ້ຢ່າງຖືກຕ້ອງ, ມີຫົວຄິດປະດິດສ້າງ ກ່ຽວກັບທັດສະນະລັດທິ ມາກ - ເລນິນ, ແນວຄິດການທະຫານຂອງປະທານ ໂຮ່ຈີມິນ, ແຜນນະໂຍບາຍ, ແນວທາງ, ທັດສະນະຂອງພັກກອມມູນິດ ຫວຽດນາມ ກ່ຽວກັບການສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ແມ່ນຄຳຮຽກຮ້ອງທີ່ຈຳເປັນ, ເໝາະສົມ, ຕອບສະໜອງສະພາບການຕົວຈິງປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ