ສ້າງກອບກົດໝາຍໃຫ້ສົມບູນແບບເພື່ອຮັບໃຊ້ວຽກງານຄຸ້ນຄອງລັດກ່ຽວກັບແຜງຜັງເມືອງ, ການຄຸ້ມຄອງແລະນຳໃຊ້ທີ່ດິນ

(VOVWORLD) -ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ, ລັດຖະບານກ່ຽວກັບແຜນຜັງເມືອງ, ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນຢູ່ເຂດຕົວເມືອງໄດ້ປະກາດໃຊ້ຢ່າງທັນການ

ສ້າງກອບກົດໝາຍໃຫ້ສົມບູນແບບເພື່ອຮັບໃຊ້ວຽກງານຄຸ້ນຄອງລັດກ່ຽວກັບແຜງຜັງເມືອງ, ການຄຸ້ມຄອງແລະນຳໃຊ້ທີ່ດິນ - ảnh 1 ທ່ານ ຫວູຮົ່ງແທງ, ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ

(ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ວັນທີ 27 ພຶດສະພາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລືບົດລາຍງານຂອງຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບແຜນຜັງເມືອງ, ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນຢູ່ເຂດຕົວເມືອງ, ນັບແຕ່ເມື່ອກົດໝາຍວ່າດ້ວຍທີ່ດິນ 2013 ມີຜົນສັກສິດຮອດປີ 2018.

        ຕາມບົດລາຍງານແລ້ວ, ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ, ລັດຖະບານກ່ຽວກັບແຜນຜັງເມືອງ, ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນຢູ່ເຂດຕົວເມືອງໄດ້ປະກາດໃຊ້ຢ່າງທັນການ, ເໝາະສົມກັບສະພາບຕົວຈິງ, ເປັນພື້ນຖານໃຫ້ແກ່ລະບອບລະບຽບການ, ປະກາດບັນດາເອກະສານດ້ານກົດໝາຍ, ສ້າງກອບກົດໝາຍໃຫ້ສົບບູນແບບເທື່ອລະກ້າວ ເພື່ອຮັບໃຊ້ໃຫ້ແກ່ວຽກງານຄຸ້ມຄອງລັດ ກ່ຽວກັບການວາງແຜນຜັງ, ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນຢູ່ເຂດຕົວເມືອງ. ໂດຍສະເໜີບົດລາຍງານຂອງຄະນະຕິດຕາມກວດກາຂອງສະພາແຫ່ງຊາດ, ທ່ານ ຫວູຮົ່ງແທງ, ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ, ຖືວ່າ.

        “ລະບົບກົດໝາຍກ່ຽວກັບແຜນຜັງເມືອງ, ການຄຸ້ມຄອງທີ່ດິນຢູ່ເຂດຕົວເມືອງ ໄດ້ຮັບການປະກາດຢ່າງຄົບຖ້ວນພໍສົມຄວນ, ປະກາດທັນການ ແລະ ກວມລວມໃນຫຼາຍຂົງເຂດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ; ໂດຍພື້ນຖານແມ່ນເໝາະສົມກັບບັນດາທຳນຽມສາກົນ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ສ້າງກອບກົດໝາຍເພື່ອການພັດທະນາເຂດຕົວເມືອງ. ພ້ອມທັງສ້າງແຫຼ່ງການເງິນຢ່າງໃຫຍ່ຫຼວງໃຫ້ແກ່ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ເຕັກນິກ ແລະ ສັງຄົມ… ຈາກນັ້ນ, ປະກອບສ່ວນຍົກສູງປະສິດທິຜົນການນຳໃຊ້ທີ່ດິນ, ສະກັດກັ້ນການຮົ່ວໄຫຼ, ຟູມເຟືອຍໃນການວາງແຜນນຳໃຊ້ທີ່ດິນ”.

        ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດຍັງສະເໜີຕໍ່ສະພາແຫ່ງຊາດພິຈາລະນາປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍທີ່ດິນ ແລະ ບັນດາກົດໝາຍທີ່ກ່ຽວຂ້ອງຄື: ການລົງທຶນ, ການລົງທຶນສາທາລະນະ, ວິສາຫະກິດ, ການປະມູນ… ພິເສດແມ່ນບັນດາມາດຕາ, ຂໍ້ມາດຕາຂອງບັນດາກົດໝາຍທີ່ກ່ຽວຂ້ອງເຖິງທີ່ດິນ, ບຸກເບີກໜ້າພຽງ ເພື່ອສ້າງເງື່ອນໄຂໃຫ້ການຜະລິດດຳເນີນທຸລະກິດ ກໍຄືດຶງດູດບັນດາໂຄງການຈາກບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ