ສ້າງກາລະໂອກາດແລະການເລືອກເຟັ້ນໃຫ້ນັກສຶກສາໄປຮ່ຳຮຽນຢູ່ຕ່າງປະເທດ

ສ້າງກາລະໂອກາດແລະການເລືອກເຟັ້ນໃຫ້ນັກສຶກສາໄປຮ່ຳຮຽນຢູ່ຕ່າງປະເທດ - ảnh 1
ພາບປະກອບ

(vovworld) –  ກອງ​ປະຊຸມ​ສຳມະ​ນາ​ກ່ຽວ​ກັບ​ການ​ໄປ​ຮ່ຳຮຽນ​ຢູ່​ຕ່າງປະ​ເທດ ປະຈຳ​ປີ CNN ​Conference 2016 ຂ​​ອງ Global CNNers - ອົງການຈັດ​ຕັ້ງ​ນັກ​ສຶກສາ​ໄປ​ຮ່ຳຮຽນ​ຢູ່​ຕ່າງປະ​ເທດ​ໂຮງຮຽນມັດທະຍົມ​ຕອນ​ປາຍ ລົງ​ເລິກ​ພາສາ​ຕ່າງປະ​ເທດ, ຫາ​ກໍ່​ດຳ​ເນີນ​​ຢູ່ຮ່າ​ໂນ້ຍ ​ເພື່ອ​ແນ​ໃສ່​ສ້າງ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ນັກຮຽນ CNN ລຸ້ນຕ່າງໆ​ໃນ​ທົ່ວ​ໂລກ. ນັກຮຽນນັບ​ຮ​້ອຍຄົນ​ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍລົງ​ເລິກ​ພາສາ​ຕ່າງປະ​ເທດ​​ຄົນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ນີ້.

        ​ເນື້ອ​ໃນ​ກອງ​ປະຊຸມ​ສຳ​ມະ​ນາປີ​ນີ້​ລວມມີ: ບັນດາ​ບົດ​ປາຖະກະຖາ, ປຶກສາ​ຫາລື​ມີ​ລັກສະນະ​​ໂຄສະນາ​ຂ່າວ ​ແລະ ຕິດ​ຕໍ່​ພົວພັນ​ສູງ​ກ່ຽວ​ກັບ​​ການ​ຮ່ຳຮຽນ​ຢູ່​ຕ່າງປະ​ເທດ. ກອງ​ປະຊຸມ​ສຳ​ມະ​ນາ​ບໍ່​ພຽງ​ແຕ່ສະໜອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ກາ​ນຮ່ຳຮຽນ​ຢູ່​ຕ່າງປະ​ເທດ​ເທົ່າ​ນັ້ນ ຫາກ​ຈຸດສຸມ​ແມ່ນ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ກາ​ນຮ່ຳຮຽນ​ຢູ່​ຕ່າງປະ​ເທດ, ຊ່ວຍ​ບັນດາ​ນັກຮຽນ​ໃນ​ການ​ຊອກ​ຫາ​ກາລະ​ໂອກາດ​ຮ່ຳຮຽນ​ຢູ່​ຕ່າງປະ​ເທດ. ລາຍການ​​ໄດ້​ສະໜອງ​ຂໍ້​ມູນ​ຂ່າວ​ເຊິ່ງລວມມີ​ການ​ຮ່ຳຮຽນ​ຢູ່ ອາ​ເມ​ລິ​ກາ, ອັງກິດ, ​ແຟງ​ລັງ, ​​ໂຮ​ນລັງ, ຍີ່ປຸ່ນ, ສ. ​ເກົາ​ຫຼີ.


ຂ່າວ/ບົດ​ອື່ນ