ສ້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ຖັນ​ແຖວ​ປັນ​ຍາ​ຊົນ, ນັກ​ວິ​ທະ​ຍາ​ສາດ, ນັກ​ສິ​ລ​ະ​​ປິນ ອຸ​ທິດ​ສ່ວນ​ຕໍ່​ປະ​ເທດ​ຊາດ

(VOVWORLD) - ຕອນເຊົ້າວັນທີ 16 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ໄດ້ເປັນປະທານກອງປະຊຸມພົບປະສ້າງສັນກັບຜູ້ແທນທີ່ເປັນປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ເນື່ອງໃນໂອກາດຕົ້ນລະດູບານໃໝ່ປີແມວ 2023.
ສ້າງ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ຖັນ​ແຖວ​ປັນ​ຍາ​ຊົນ, ນັກ​ວິ​ທະ​ຍາ​ສາດ, ນັກ​ສິ​ລ​ະ​​ປິນ ອຸ​ທິດ​ສ່ວນ​ຕໍ່​ປະ​ເທດ​ຊາດ - ảnh 1ການພົບປະສ້າງສັນ

ພາຍຫຼັງຮັບຟັງບັນດາຜູ້ແທນແລກປ່ຽນ, ແບ່ງປັນຢ່າງເປີດອົກເປີດໃຈກ່ຽວກັບບົດຮຽນ, ປະສົບການ ແລະ ໝາກຜົນທີ່ພົ້ນເດັ່ນ ກໍຄືຄວາມຕັດສິນໃຈຢາກອຸທິດສ່ວນ, ຄວາມຄາດຫວັງຂອງຕົນ, ຂອງຂະແໜງການ, ຂອງວົງການ.ທ່ານ ຫວໍວັນເຖືອງ ຕີລາຄາສູງ ແລະ ຮັບຮູ້ຂໍ້ສະເໜີຂອງບັນດາຜູ້ແທນ ແລະ ເນັ້ນໜັກວ່າ ຖັນແຖວນັກວິທະຍາສາດ, ປັນຍາຊົນ, ນັກສິລະປິນ ແມ່ນກົກເຄົ້າກຳລັງແຮງຂອງປະເທດຊາດ, ແມ່ນຊັບສົມບັດອັນລ້ຳຄ່າຂອງຊາດ. ທ່ານສະເໜີໃຫ້ສຸມໃສ່ສ້າງລະບົບລະບອບລະບຽບການຕາມທິດສ້າງກຳລັງໜູນໃຫ້ສົມບູນແບບ ເພື່ອໃຫ້ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ພັດທະນາກຳລັງຄວາມສາມາດ, ຮັບໃຊ້ປະເທດຊາດ; ສ້າງກົນໄກນະໂຍບາຍດຶງດູດ, ຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ, ເກື້ອກູນຢ່າງເໝາະສົມສຳລັບຜູ້ມີຄວາມເກັ່ງກ້າສາມາດຢູ່ພາຍໃນ ແລະ ຕ່າງປະເທດ.

        ປັດຈຸບັນ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ມີປັນຍາຊົນ, ນັກວິທະຍາສາດ ລວມທັງໝົດປະມານ 2,2 ລ້ານຄົນ. ນອກຈາກນັ້ນ ຍັງມີປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ຫຼາຍຄົນພວມດຳລົງຊີວິດ, ເຮັດວຽກຢູ່ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ