ສ້າງຂະແໜງຮູບເງົາ ຫວຽດນາມ ໃຫ້ກາຍເປັນຂະແໜງອຸດສາຫະກຳວັດທະນະທຳປາຍແຫຼມ

(VOVWORLD) - ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບ ນະໂຍບາຍໃຫ້ບຸລິມະສິດຂອງ ລັດ ໃນການຜະລິດ, ຈຳໜ່າຍ
ສ້າງຂະແໜງຮູບເງົາ ຫວຽດນາມ ໃຫ້ກາຍເປັນຂະແໜງອຸດສາຫະກຳວັດທະນະທຳປາຍແຫຼມ - ảnh 1 (ທີ່ກອງປະຊຸມສຳມະນາ)

        ໃນຂອບເຂດງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 23, ວັນທີ 23 ພະຈິກ, ຢູ່ນະຄອນ ດ່າລາດ, ໄດ້ຈັດກອງປະຊຸມສຳມະນາ “ບາງບັນຫາຈຸດສຸມໃນການສ້າງຂະແໜງອຸດສາຫະກຳຮູບເງົາ ຫວຽດນາມ”.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບນະໂຍບາຍໃຫ້ບຸລິມະສິດຂອງ ລັດ ໃນການຜະລິດ, ຈຳໜ່າຍ; ຜະລິດຮູບເງົາໃນກົນໄກການຕະຫຼາດຕາມກຳນົດທິດສັງຄົມນິຍົມ; ເລື່ອງລະດົມແຫຼ່ງທຶນໃຫ້ແກ່ຮູບເງົາ; ການເຄື່ອນໄຫວຕິດພັນລະຫວ່າງຮູບເງົາ ແລະ ການທ່ອງທ່ຽວ, ການຮ່ວມມືສາກົນ. ທ່ານ ວີກຽນແທ່ງ, ຫົວໜ້າກົມຮູບເງົາ, ຫົວໜ້າຄະນະຈັດຕັ້ງງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 23, ຖືວ່າ:

        “ໜຶ່ງໃນບັນດາເປົ້າໝາຍສຳຄັນໃນຍຸດທະສາດພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ ແມ່ນພັດທະນາຂະແໜງຮູບເງົາໃຫ້ກາຍເປັນຂະແໜງສິລະປະ ແຕ່ກໍ່ແມ່ນຂະແໜງເສດຖະກິດ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຕ້ອງມີການຮ່ວມແຮງຮ່ວມໃຈ, ມານະພະຍາຍາມຂອງບັນດານັກຜະລິດຮູບເງົາ, ນັກລົງທຶນ, ວິສາຫະກິດ, ອົງການຄຸ້ມຄອງ ແລະ ຜູ້ຊົມ”.

ຕອບກັບ

ຂ່າວ/ບົດ​ອື່ນ