ສ້າງຕັ້ງຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ ຢູ່ລາວ

(VOVWORLD) -ຄະນະໃຫ້ຄໍາປຶກສາດ້ານກົດໝາຍດັ່ງກ່າວ ມີໜ້າທີ່ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ລາວ ໃນກໍລະນີເຮັດລະບຽບການຂໍອະນຸຍາດພັກເຊົາຊົ່ວຄາວ ຫຼື ພັກເຊົາໄລຍະຍາວ, ຂໍຖືສັນຊາດລາວ, ເຮັດວຽກ, ດໍາເນີນທຸລະກິດ, ແກ້ໄຂບັນດາບັນຫາຂັດແຍ້ງກັນທາງພົນລະເຮືອນ ແລະ ອື່ນໆ ເພື່ອແນໃສ່່ຊ່ວຍພໍ່ແມ່ປະຊາຊົນມີີຄວາມອຸ່ນອ່ຽນໃຈດໍາລົງຊີວິດ, ເຮັດວຽກ, ສຶກສາຮໍ່າຮຽນ ຢູ່ ລາວ
ສ້າງຕັ້ງຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ ຢູ່ລາວ - ảnh 1ຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ ຢູ່ລາວ ຫາກໍ່ ໄດ້ສ້າງຕັ້ງຢູ່ ນະຄອນຫຼວງວຽງຈັນ, ລາວ

ປະຊາຄົມຊາວຫວຽດນາມ ອາໄສ ຢູ່ ນະຄອນຫຼວງວຽງຈັນຂອງປະເທດລາວ ຫາກໍສ້າງຕັ້ງ ຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ ຢູ່ລາວ. ຄະນະໃຫ້ຄໍາປຶກສາດ້ານກົດໝາຍດັ່ງກ່າວ ມີໜ້າທີ່ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ລາວ ໃນກໍລະນີເຮັດລະບຽບການຂໍອະນຸຍາດພັກເຊົາຊົ່ວຄາວ ຫຼື ພັກເຊົາໄລຍະຍາວ, ຂໍຖືສັນຊາດລາວ, ເຮັດວຽກ, ດໍາເນີນທຸລະກິດ, ແກ້ໄຂບັນດາບັນຫາຂັດແຍ້ງກັນທາງພົນລະເຮືອນ ແລະ ອື່ນໆ ເພື່ອແນໃສ່່ຊ່ວຍພໍ່ແມ່ປະຊາຊົນມີີຄວາມອຸ່ນອ່ຽນໃຈດໍາລົງຊີວິດ, ເຮັດວຽກ, ສຶກສາຮໍ່າຮຽນ ຢູ່ ລາວ. ເລື່ອງສ້າງຕັ້ງຄະນະໃຫ້ຄໍາປຶກສາດັ່ງກ່າວ ຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາທີີ່ມີມາແຕ່ດົນນານຂອງພໍ່ແມ່ປະຊາຊົນຊາວຫວຽດນາມທີ່ດໍາລົງຊີວິດຢູ່ລາວ, ພິເສດ, ໃນສະພາບການລັດຖະບານ ລາວ ນັບມື້ນັບປະຕິບັດບັນດາຂໍ້ກໍານົດກົດລະບຽບກ່ຽວກັບແຮງງານເຂົ້າເມືອງຢ່າງເຂັ້ມງວດ. ທ່ານ ເລດຶກແອັງ, ຫົວໜ້າຄະນະໃຫ້ຄໍາປຶກສາດ້ານກົດໝາຍປະຊາຄົມຊາວຫວຽດນາມ ອາໄສຢູ່ ວຽງຈັນ, ໃຫ້ຮູ້ວ່າ:

        “ໄລຍະຕໍ່ໄປ, ຄະນະໃຫ້ຄໍາປຶກສາ ຈະສ້າງຕັ້ງການພົວພັນກັບບັນດາອົງການຈັດຕັ້ງຂອງລາວ ເພື່ອກໍາໄດ້ບັນດາຂັ້ນຕອນ, ລະບຽບທາງກົດໝາຍ ທີ່ກ່ຽວຂ້ອງເຖິງພໍ່ແມ່ປະຊາຊົນເວົ້າລວມ ແລະ ບັນດາຄວາມຕ້ອງການແກ້ໄຂກ່ຽວກັບລະບຽບການ, ສໍາເນົາເອກະສານອື່ນໆ ທີ່ກ່ຽວຂ້ອງເຖິງປະຊາຄົມເວົ້າສະເພາະ, ສ້າງເຄື່ອນໄຂຊ່ວຍບັນດາພໍ່ແມ່ປະຊາຊົນທີ່ດໍາລົງຊີວິດ, ທໍາມາຫາກິນໃຫ້ຖືກຕ້ອງກັບບັນດາຂໍ້ກໍານົດຂອງກົດໝາຍຂອງລາວ. ສໍາຄັນທີ່ສຸດແມ່ນ ຊ່ວຍພໍ່ແມ່ປະຊາຊົນເຂົ້າໃຈໄດ້ເຖິງບັນດາຂະແໜງອາຊີບໃດ ເຊິ່ງກົດໝາຍລາວ ອະນຸຍາດໃຫ້ແຮງງານຕ່າງປະເທດ, ໃນນັ້ນມີແຮງງານຫວຽດນາມ. ເປັນແນວນັ້ນ, ພໍ່ແມ່ປະຊາຊົນ ຈິ່ງມີຄວາມອຸ່ນອ່ຽນໃຈດໍາລົງຊີວິດ ແລະ ທໍາມາຫາກິນຢູ່ລາວໄດ້”.


 

ຕອບກັບ

ຂ່າວ/ບົດ​ອື່ນ