ສ້າງຕັ້ງໜ່ວຍໃຫ້ຄຳປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ

(VOVWORLD) - ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີໄດ້ເຊັນຂໍ້ຕົກລົງສ້າງຕັ້ງໜ່ວຍໃຫ້ຄຳປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ ເພື່ອເປັນທີ່ປຶກສາໃຫ້ນາຍົກລັດຖະມົນຕີບັນດາບັນຫາເສດຖະກິດ,
 

ສ້າງຕັ້ງໜ່ວຍໃຫ້ຄຳປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ - ảnh 1ທ່ານນາຍົກລັດຖະມົນຕີເຮັດວຽກກັບໜ່ວຍໃຫ້ຄຳປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ

(ພາບ: chinhphu.vn)

ໂດຍປະລິຍາເອກ ຫວູວຽດຫງ້ວານ, ອະດີດປະທານຄະນະກຳມະການຕິດຕາມກວດກາດ້ານການເງິນແຫ່ງຊາດ, ເປັນຫົວໜ້າໜ່ວຍ, ພ້ອມກັບສະມາຊິກ 14 ຄົນ, ເຊິ່ງແມ່ນບັນດານັກຊ່ຽວຊານດ້ານເສດຖະກິດແຖວໜ້າຢູ່ພາຍໃນ ແລະ ຕ່າງປະເທດ. ໜ່ວຍໃຫ້ຄຳປຶກສາ ດ້ານເສດຖະກິດ ມີໜ້າທີ່ເປັນທີ່ປຶກສາໃຫ້ນາຍົກລັດຖະມົນຕີກ່ຽວກັບຍຸດທະສາດ, ແຜນການ, ແຜນຮ່າງ, ນະໂຍບາຍພັດທະນາເສດຖະກິດໃນໄລຍະກາງ, ໄລຍະຍາວ; ແຜນການພັດທະນາເສດຖະກິດ - ສັງຄົມປະຈຳປີ; ໃຫ້ຄຳປຶກສາ, ສະເໜີກັບນາຍົກລັດຖະມົນຕີບັນດາມາດຕະການ, ວິທີການແກ້ໄຂເພື່ອຍົກສູງປະສິດທິຜົນແຫ່ງການປະຕິບັດ ຫຼືສະເໜີປັບປຸງ, ເພີ່ມເຕີມບັນດາກົນໄກ, ນະໂຍບາຍ, ໃຫ້ຄຳປຶກສາບັນດາວິທີ, ມາດຕະການຮັບມືກັບບັນດາການຜັນແປຜິດປົກກະຕິຂອງສະພາບເສດຖະກິດພາຍໃນປະເທດ ແລະ ສາກົນຢ່າງທັນການ. ເຂົ້າຮ່ວມການປະກອບຄຳເຫັນໃສ່ບັນດາບົດລາຍງານ, ແຜນຮ່າງໃຫຍ່ດ້ານເສດຖະກິດຂອງລັດຖະບານ, ນາຍົກລັດຖະມົນຕີທີ່ຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ກົມການເມືອງ, ຄະນະເລຂາທິການ, ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຕາມການຊີ້ນຳຂອງນາຍົກລັດຖະມົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ