ສ້າງທ່າ​ສະ​ໜາມ​ປະ​ຊາ​ຊົນ​ໃຫ້​ໝັ້ນ​ແກ່ນ, ຮັກ​ສາ​ສາຍ​ພົວ​ພັນ​ກັບ​ປະ​ຊາ​ຊົນ​ຢ່າງ​ແໜ້ນ​ແຟ້ນ

(VOVWORLD) - ກອງພົນຕ້ອງປະຕິບັດໜ້າທີ່ການທະຫານປ້ອງກັນຊາດໃນສະພາບການໃໝ່ໃຫ້ເປັນຢ່າງດີ; ສືບຕໍ່ປັບປຸງທ່າສະໜາມປະຊາຊົນໃຫ້ໝັ້ນແກ່ນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມຈາກຂັ້ນຮາກຖານ. 
ສ້າງທ່າ​ສະ​ໜາມ​ປະ​ຊາ​ຊົນ​ໃຫ້​ໝັ້ນ​ແກ່ນ, ຮັກ​ສາ​ສາຍ​ພົວ​ພັນ​ກັບ​ປະ​ຊາ​ຊົນ​ຢ່າງ​ແໜ້ນ​ແຟ້ນ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະປະຕິບັດງານສູນກາງ ໄດ້ລົງໄປຢ້ຽມຢາມ ແລະ ເຮັດວຽກກັບກອງພົນ 15 (ພາບ: VOV)

ຕອນເຊົ້າວັນທີ 5 ກັນຍາ, ຢູ່ ຢາລາຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະປະຕິບັດງານສູນກາງ ໄດ້ລົງໄປຢ້ຽມຢາມ ແລະ ເຮັດວຽກກັບກອງພົນ 15. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ ກອງພົນຕ້ອງປະຕິບັດໜ້າທີ່ການທະຫານປ້ອງກັນຊາດໃນສະພາບການໃໝ່ໃຫ້ເປັນຢ່າງດີ; ສືບຕໍ່ປັບປຸງທ່າສະໜາມປະຊາຊົນໃຫ້ໝັ້ນແກ່ນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມຈາກຂັ້ນຮາກຖານ. ສືບຕໍ່ປະຕິບັດໜ້າທີ່ກຽມພ້ອມສູ້ຮົບ, ປະຕິບັດງານ, ອອກແຮງງານທຳການຜະລິດໃນຍຸກສະໄໝໃໝ່ ເປັນຢ່າງດີ; ເບິ່ງແຍງດູແລ, ຍົກສູງຊີວິດການເປັນຢູ່ຂອງກຳມະກອນ, ຊາວຜູ້ອອກແຮງງານຂອງກອງພົນ, ຜ່ານນັ້ນ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ໝູ່ບ້ານຕ່າງໆ. ພ້ອມດຽວກັນນັ້ນ, ກອງພົນ 15 ສືບຕໍ່ການສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ມອບຂອງຂວັນໃຫ້ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງຢູ່ທ້ອງຖິ່ນ ແລະ ມອບຂອງຂວັນໃຫ້ແກ່ກອງພົນ 15. ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະປະຕິບັດງານ ກໍໄດ້ລົງໄປຢ້ຽມຢາມໂຮງໝໍເສນາຮັກ 15, ຂຶ້ນກັບກອງພົນ 15.

ຕອບກັບ

ຂ່າວ/ບົດ​ອື່ນ