ສ້າງບັນດານະຄອນຂຶ້ນກັບສູນກາງໃຫ້ກາຍເປັນເຂດປ້ອງກັນຢ່າງໝັ້ນຄົງ

ສ້າງບັນດານະຄອນຂຶ້ນກັບສູນກາງໃຫ້ກາຍເປັນເຂດປ້ອງກັນຢ່າງໝັ້ນຄົງ - ảnh 1
ພົນ​ໂທ ​ໂງ​ຊວນ​ຫຼິກ, ຫົວ​ໜ້າ​ກົມ​ໃຫ່ຍການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ
(ພາບ: TTXVN)


(vovworld) - ວັນ​ທີ 12/03, ຢູ່​ຮ່າ​ໂນ້ຍ, ກົມ​ໃຫຍ່​ການ​ເມືອງ​ກອງ​ທັບ​ປະຊາຊົນ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຕີ​ລາຄາ​ໝາກຜົນ​ວຽກ​ງານສົມທົບ​ກັນ​ໃນ​ປີ 2013 ​ແລະ ຜັນ​ຂະຫຍາຍ​ການ​ສົມທົບ​ກັນກໍ່​ສ້າງ, ​ນຳ​ໃຊ້​​ເຂດປ້ອງ​ກັນ​ປີ 2014. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ພົນ​ໂທ ​ໂງ​ຊວນ​ຫຼິກ, ຫົວ​ໜ້າ​ກົມ​ໃຫ່ຍການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ເນັ້ນ​ໜັກ​ວ່າ: ການ​ສ້າງ​ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ໃຫ້​ກາຍ​ເປັນ​ເຂດ​ປ້ອງ​ກັນ​ຢ່າງ​ໝັ້ນຄົງ ​ແມ່ນ​ແຜນ​ນະ​ໂຍບາຍ​ຍຸດ​ທະ​ສາດ​ສຳຄັນ​ຂອງ​ພັກ ​ແລະ ລັດ​ຫວຽດນາມ. ​ການ​ສ້າງ​ເຂດ​ປ້ອງ​ກັນແມ່ນໜ້າ​ທີ່ຮັບຜິດຊອບ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ຂອງ​ທັງ​ລະບົບ​ການ​ເມືອງຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ. ພ້ອມ​ກັບ​ການ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ແຕ່​ລະກຳ​ລັງ ຕ້ອງ​ມີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເປັນ​ເອກະ​ພາບ ​ໂດຍ​ສະ​ເພາະ​ແມ່ນ​ລະຫວ່າງ​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ຂັ້ນ​ສູງ​ກາງ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ໃນ​ການ​ເປັນ​ເສນາ​ທິການ, ຊີ້​ນຳ, ​ແນ​ະນຳ​ການ​ກໍ່ສ້າງ ​ແລະ ນຳ​ໃຊ້​ເຂດ​ປ້ອງ​ກັນ.

ຂ່າວ/ບົດ​ອື່ນ