ສ້າງບາດກ້າວບຸກທະລຸເພື່ອໃຫ້ຂະແໜງທາງລົດໄຟພັດທະນາ

ສ້າງບາດກ້າວບຸກທະລຸເພື່ອໃຫ້ຂະແໜງທາງລົດໄຟພັດທະນາ - ảnh 1
ສ້າງບາດກ້າວບຸກທະລຸເພື່ອໃຫ້ຂະແໜງທາງລົດໄຟພັດທະນາ

(vovworld) - ​ໂດຍ​ສືບ​ຕໍ່​ການ​ເຮັດ​ວຽກ, ຕອນ​ເຊົ້າ​ວັນ​ທີ 15/03 ຢູ່​ຮ່າ​ໂນ​້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນ​ຫາ​ໃຫຍ່ ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທາງ​ລົດ​ໄຟ (ສະບັບ​ປັບປຸງ). ບັນດາ​ຜູ້​ແທນ​ສະ​ເໜີ​ຄົ້ນຄວ້າ, ​ເພີ່ມ​ເຕີ່​ມ ​ເພື່ອ​ເຮັດ​ແຈ້ງ​ກ່ວາ​ນະ​ໂຍບາຍ​ບຸກທະລຸ ​ເພື່ອ​ພັດທະນາ​ຂະ​ແໜງທາ​ງລົດ​ໄຟ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ເນັ້ນ​ໜັກ​ວ່າ ກົດໝາຍ​ສະບັບ​ນີ້ ສາມາດ​ແກ້​ໄຂ​​ໄດ້​ບັນດາ​ຂໍ້ຄົງ​ຄ້າງ, ຈ​ຳກັດ​ຂອງ​ຂະ​ແໜງ​ທາງ​ລົດ​ໄຟ, ສ້າງ​ບາດກ້າວ​ບຸກທະລຸ​ໃໝ່​ກ່ຽວ​ກັບ​ດ້ານ​ນະ​ໂຍບາຍ​ກົດໝາຍ ​ເພື່ອ​ໃຫ້ທາງ​ລົດ​ໄຟ​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ຫຼັກ​ແຫຼ່ງ​ໃນ​ຮອບ 5 – 10 ປີຈະ​ມາ​ເຖິງ, ຂຸດ​ຄົ້ນ​ໄດ້​ທ່າ​​ໄດ້​ປຽບ, ຈຸດ​ພິ​ເສດ​ຂອງປະ​ເທດ ຫວຽດນາມ, ດ້ວຍ​ລວງ​ຍາວ​ຈາກ​ເໜືອ​ລົງ​ຮອດ​ໃຕ້.

 

ຕອບກັບ

ຂ່າວ/ບົດ​ອື່ນ