ສ້າງພື້ນຖານຕຸລາການປະຊາທິປະໄຕ, ເຄັ່ງຄັດ

ສ້າງພື້ນຖານຕຸລາການປະຊາທິປະໄຕ, ເຄັ່ງຄັດ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ
ພາບ: internet


(vovworld) - ວັນ​ທີ 10/12, ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ ​ໄດ້​ຈັດ​ຕັ້ງ​ວາລະ​ປະຊຸມ​ຄັ້ງ​ທີ 8​ ​ກ່ຽວ​ກັບ​ການ​ຮັບ​ເອົາ​ຄຳ​ເຫັນ​ເພື່ອລາຍ​ງານກົມ​ການ​ເມືອງ​ກ່ຽວ​ກັບ​ແຜ​ນຮ່າງ​ຈັດ​ຕັ້ງ​ສານ​ປະຊາຊົນ​ຂັ້ນ​ຕົ້ນ​​ໃນ​ເຂດ ​ແລະ ​ໄອ​ຍະ​ການ​ປະຊາຊົນ​ຂັ້ນ​ຕົ້ນ​ໃນ​ເຂດ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ວາລະ​ປະຊຸມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ, ຫົວຫນ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການ​ສູນ​ກາງ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖິ່ຖ້ວນ​ຂອງ​ຄະນະ​ຮຽບຮຽງ​ໃນ​ວິວັດທະນາ​ການ​ສ້າງ​ບົດ​ລາຍ​ງານ ຜ່ານ​ນັ້ນ ສະ​ແດງ​​ໃຫ້​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ຄະນະ​ຊີ້​ນຳ, ຜູ້​ຕາງຫນ້າ​ບັນດາ​ຂະ​ແຫນງ​ການ​ຈາກ​ສູນ​ກາງ​ຕະຫລອດ​ຮອດ​ທ້ອງ​ຖິ່ນ​ໃນ​ການ​ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ​ສານ​ປະຊາຊົນ​ຂັ້ນ​ຕົ້ນ, ຮັບປະກັນ​ຫລັກການ​ເອກະລາດ​ຢ່າງ​ພາວະ​ວິ​ໄສ ​ແລະ ​ເຄົາລົບ​ຕາມ​ກົດໝາຍ​ໃນ​ການ​​ເຄື່ອນ​ໄຫວດຳ​ເນີນ​ຄະ​ດີຂອງ​ບັນດາ​ອົງການ​ຕຸລາການ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ຊີ້​ແຈງ​ວ່າ: ບັນດາ​ຜູ້​ແທນ​ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ຈິດ​ໃຈ​ປະຊາທິປະ​ໄຕ ​ເປີ​ດ​ເຜີຍ, ສຸມ​ພູມ​ປັນຍາ, ​ເຂົ້າ​ຮ່ວມ​ປະກອບ​ຄຳ​ເຫັນ​ເພື່ອ​ສ້າງ​ແຜນ​ຮ່າງ​ໃຫ້​ສຳ​ເລັດ​ໂດຍ​ໄວ​ເພື່ອ​ຍ່ືນ​ສະ​ເຫ​ນີຕໍ່​ກົມ​ການ​ເມືອງ​ພິຈາລະນາ​ ​ແລະ ຕົກລົງ.

 

ຂ່າວ/ບົດ​ອື່ນ