ສ້າງພື້ນ​ຖານ​ເສດ​ຖະ​ກິດ​ເປັນ​ເອ​ກະ​ພາບ, ເປັນ​ເຈົ້າ​​ຕິດ​ພັບ​ກັບຄວາມ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ກ່ຽວກັບໜ້າທີ່, ມາດຕະການລະອຽດ, ທ່ານນາຍົກລັດຖະມົນຕີ ຊີ້ນຳປະຕິບັດນະໂຍບາຍປີການເງິນຢ່າງແໜ້ນແຟ້ນ, ມີໄຫວພິບ, ປະສິດທິຜົນ, ສົມທົບນະໂຍບາຍປີການເງິນກັບ ນະໂຍບາຍຕ່າງໆຢ່າງແໜ້ນແຟ້ນແລະ ກົມກຽວ, ຮັບປະກັນປະສິດທິຜົນສັງລວມ, ເໝາະສົມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕົວຈິງ.
ສ້າງພື້ນ​ຖານ​ເສດ​ຖະ​ກິດ​ເປັນ​ເອ​ກະ​ພາບ, ເປັນ​ເຈົ້າ​​ຕິດ​ພັບ​ກັບຄວາມ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ ເສດຖະກິດ ຫວຽດນາມ (ພາບ: VOV)

ນີ້ແມ່ນການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ວາລະປະຊຸມຄົບຄະນະເວທີປາໄສເສດຖະກິດ ຫວຽດນາມຄັ້ງທີ 5 ດ້ວຍຫົວຂໍ້ “ເສດຖະກິດ ຫວຽດນາມ 2023: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່, ຜ່ານຜ່າສິ່ງທ້າທາຍຢ່າງໜ້ຽວແໜ້ນ” ທີ່ໄດ້ຈັດຂຶ້ນໃນວັນທີ 17 ທັນວາຢູ່ຮ່າໂນ້ຍ.

ທ່ານນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ: ປີ 2023, ຄາດວ່າ ສະພາບການໂລກສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ຢູ່ພາຍໃນປະເທດ ມີຄວາມສະດວກ, ກາລະໂອກາດ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍພ້ອມໆກັນ ແຕ່ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍກ່ວາ. ບົນຈິດໃຈ “ສາມັກຄີກັນ, ມີລະບຽບ, ຄຸນນະທາດ, ມີຄວາມໄຫວພິບ, ປ່ຽນແປງໃໝ່ປະດິດຄິດສ້າງ, ທັນການ, ມີປະສິດທິຜົນ”, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈົ່ງສືບຕໍ່ປະຕິບັດບັນດາມະຕິ, ບົດສະຫຼຸບ, ຄຳສັ່ງຂອງພັກ, ສະພາແຫ່ງຊາດ, ລັດຖະບານ, ນາຍົກລັດຖະມົນຕີ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມຢ່າງເຂັ້ມງວດ.

ກ່ຽວກັບໜ້າທີ່, ມາດຕະການລະອຽດ, ທ່ານນາຍົກລັດຖະມົນຕີ ຊີ້ນຳປະຕິບັດນະໂຍບາຍປີການເງິນຢ່າງແໜ້ນແຟ້ນ, ມີໄຫວພິບ, ປະສິດທິຜົນ, ສົມທົບນະໂຍບາຍປີການເງິນກັບ ນະໂຍບາຍຕ່າງໆຢ່າງແໜ້ນແຟ້ນແລະ ກົມກຽວ, ຮັບປະກັນປະສິດທິຜົນສັງລວມ, ເໝາະສົມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຕົວຈິງ. ແລະ ກໍ່ຢູ່ເວທີປາໄສເສດຖະກິດ ຫວຽດນາມ ຄັ້ງທີ 5, ທ່ານ ເຈິ່ນຕວັກແອັງ ຫົວໜ້າຄະນະເສດຖະກິດສູນກາງ ໃຫ້ຮູ້ວ່າ ເສດຖະກິດ ຫວຽດນາມ ມີການຟື້ນຟູຢ່າງແຮງ, ຜ່ານຜ່າບັນດາຜົນກະທົບຫຍໍ້ທໍ້ຈາກພະຍາດໂຄວິດ - 19 ໄດ້ ໂດຍພື້ນຖານ ແລະ ບັນລຸໄດ້ທ່າເຕີບໂຕທີ່ມີຢູ່ແລ້ວ. ຄາດວ່າ, ໃນປີ 2022 ການເຕີບໂຕ GDP ບັນລຸກ່ວາ 8%.

ຕອບກັບ

ຂ່າວ/ບົດ​ອື່ນ