ສ້າງພະ​ລັງ​ຊີ​ວິດ​ໃໝ່​ໃຫ້​ແກ່​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ

(VOVWORLD) - ໃນໄລຍະ 5 ປີ ຂອງ ອາຍຸການທີ່ຜ່ານມາ, ແນວໂຮມປະເທດຊາດ ຫວຽດນາມ ດ້ວຍບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍຄວາມຮັບຜິດຊອບໄດ້ສ້າງບັນດາຂີດໝາຍເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາຄາສູງ ຈາກພັກ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນ.
ສ້າງພະ​ລັງ​ຊີ​ວິດ​ໃໝ່​ໃຫ້​ແກ່​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ - ảnh 1ທ່ານ ເຈີນແທງເມືນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

        ຕອນບ່າຍວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ເທື່ອທີ 9, ອາຍຸການ 2019 – 2024.

        ທີ່ກອງປະຊຸມ, ບັນດາສະມາຊິກສະພາມໃຫ້ຄຳປຶກສາ, ບັນດານັກຊ່ຽວຊານ, ນັກວິທະຍາສາດໄດ້ຍົກອອກບັນດາຄວາມຄິດເຫັນຢ່າງສຸດອົກສຸດໃຈເພື່ອປະກອບເຂົ້າໃນຮ່າງບົດລາຍງານການເມືອງ ແລະ ໂຄງການປະຕິບັດງານ ຂອງ ແນວໂຮມປະເທດຊາດ ອາຍຸການ 2019 -  2024, ທ່ານສາດສະດາຈານ ຫງວຽນງອກມິງ, ຮອງຫົວໜ້າສະພາໃຫ້ຄຳປຶກສາວິທະຍາສາດ - ການສຶກສາ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ, ໃນໄລຍະ 5 ປີ ຂອງ ອາຍຸການທີ່ຜ່ານມາ, ແນວໂຮມປະເທດຊາດ ຫວຽດນາມ ດ້ວຍບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍຄວາມຮັບຜິດຊອບໄດ້ສ້າງບັນດາຂີດໝາຍເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາຄາສູງ ຈາກພັກ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນ, ມີຫຼາຍການເຄື່ອນໄຫວຂອງແນວໂຮມປະເທດຊາດໄດ້ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ. ທ່ານ ຫງວຽນງອກມິງ ຢັ້ງຢືນວ່າ:

        “ດ້ວຍຫົວຂໍ້ສາມັກຄີ, ປະຊາທິປະໄຕ, ເຫັນດີເຫັນພ້ອມ, ພັດທະນາ”, ພວກຂ້າພະເຈົ້າໄດ້ສະໜັບສະໜູນໃຫ້ແກ່ຄວາມເຫັນດີເຫັນພ້ອມ. ເພາະວ່າ ແນວໂຮມ ຂອງພວກເຮົາໄດ້ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ໃນບັນດາການປ່ຽນແປງທີ່ສັບສົນ, ຫຼາຍບັນຫາຫຍໍ້ທໍ້ໃນການສໍ້ລາດບັງຫຼວງນັ້ນແນວໂຮມປະເທດຊາດໄດ້ເຮັດໃຫ້ສະພາບການສັງຄົມຫຼຸດຜ່ອນລົງ ແລະ ສ້າງຄວາມສາມັກຄີເປັນກຸ່ມກ້ອນ, ສ້າງກຳລັງໜູນໃໝ່, ສະນັ້ນ, ຄວາມ ເຫັນດີເຫັນພ້ອມແມ່ນມີຄວາມໝາຍທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ