ສ້າງມໍລະດົກວັດທະນະທຳໂລກ ໂຮ້ຍອານ ກາຍເປັນຕົວແບບການ “ທ່ອງທ່ຽວຂຽວ”

(VOVWORLD) -ປີທ່ອງທ່ຽວແຫ່ງຊາດ 2022 ຈະໄຂຂຶ້ນຢູ່ນະຄອນ ໂຮ້ຍອານ ໃນທ້າຍເດືອນ ມີນາ ດ້ວຍຫົວຂໍ້ “ກວາງນາມ - ສະຖານທີ່ທ່ອງທ່ຽວຂຽວ”.
ສ້າງມໍລະດົກວັດທະນະທຳໂລກ ໂຮ້ຍອານ ກາຍເປັນຕົວແບບການ “ທ່ອງທ່ຽວຂຽວ” - ảnh 1ໂຮ້ຍອານມີ 5 ຮູບແບບທ່ອງທ່ຽວຂຽວໄດ້ຮັບການທົດລອງບັນລຸຜົນສຳເລັດ
(ພາບປະກອບ)

ທາງນະຄອນ ພວມມີການເຄື່ອນໄຫວແທດຈິງຫຼາຍຢ່າງ ເພື່ອແນໃສ່ຢືນຢັນວ່າ ການທ່ອງທ່ຽວຂຽວແມ່ນທິດເດີນຕົ້ນຕໍຂອງຂະແໜງທ່ອງທ່ຽວແຂວງ ກວາງນາມ ເວົ້າສະເພາະ ແລະ ທ່ອງທ່ຽວ ຫວຽດນາມ ເວົ້າລວມໃນໄລຍະຈະມາເຖິງ.

ປະຈຸບັນ, ໂຮ້ຍອານມີ 5 ຮູບແບບທ່ອງທ່ຽວຂຽວໄດ້ຮັບການທົດລອງບັນລຸຜົນສຳເລັດ, ສູ້ຊົນຮອດປີ 2025 ຢ່າງໜ້ອຍສຸດມີແຕ່ 70-100 ຫົວໜ່ວຍມີໃບຢັ້ງຢືນການທ່ອງທ່ຽວຂຽວ. ນີ້ແມ່ນພື້ນຖານເພື່ອໃຫ້ ໂຮ້ຍອານ ໄດ້ຮັບຮອງເປັນສະຖານທີ່ “ທ່ອງທ່ຽວຂຽວ” ໂດຍໄວ. ມາຮອດປະຈຸບັນ, ໂຮ້ຍອານ ໄດ້ສ້າງຊຸດມາດຕະຖານທ່ອງທ່ຽວຂຽວ ສຳເລັດແລ້ວ, ຄາດວ່າຈະປະກາດພາຍຫຼັງພິທີເປີດປີທ່ອງທ່ຽວແຫ່ງຊາດ 2022. ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸງ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ກຳນົດຂະແໜງທ່ອງທ່ຽວແມ່ນຂະແໜງເສດຖະກິດປາຍແຫຼມ ເນື້ອໃນ “ຂຽວ” ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນການກຳນົດທິດການເຕີບໂຕແບບຍືນຍົງ. ຂະແໜງທ່ອງທ່ຽວຍັງສວມບົດບາດໜູນຊ່ວຍໃຫ້ຂະແໜງເສດຖະກິດອື່ນອີກ. ບົນພື້ນຖານມະຕິຂອງກົມການເມືອງວ່າດ້ວຍການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ພິເສດແມ່ນມະຕິຂອງລັດຖະບານວ່າດ້ວຍ ການຟື້ນຟູເສດຖະກິດ, ໃນນັ້ນມີການຟື້ນຟູ ຂະແໜງທ່ອງທ່ຽວ… ຫວັງວ່າ ພາຍຫຼັງໄລຍະ 2 ປີ ຈະມາເຖິງ ຂະແໜງທ່ອງທ່ຽວ ຫວຽດນາມ ຈະມີການຈະເລີນເຕີບໂຕ.”

ຕອບກັບ

ຂ່າວ/ບົດ​ອື່ນ