ສ້າງລະບົບສະໜອງປາຈາ, ປາບາຊາແບບຍືນຍົງ ຢູ່ຫວຽດນາມ


ສ້າງລະບົບສະໜອງປາຈາ, ປາບາຊາແບບຍືນຍົງ ຢູ່ຫວຽດນາມ - ảnh 1

​ (ພາບປະກອບ)

 (vovworld)- ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນອະນຸມັດບັນຊີລາຍຊື່ ໂຄງການ “ສ້າງລະບົບສະໜອງປາຈາ, ປາບາຊາແບບຍືນຍົງຢູ່ຫວຽດນາມ“ ​ໂດຍ​ສະຫະພາບ​ເອີ​ລົບ​ (ອີ​ຢູ) ອຸປະຖຳ​. ​ໂຄງການ​ໄດ້​ຊ່ວຍ​ຍົກ​ສູງ​ລັກສະນະ​ແກ້ງ​ແຍ້​ງສູງ​ຂອງ​ປາຈາ​ຫວຽດນາມ ​ໃນ​ຕະຫຼາດ​ສາກົນ. ຜ່ານ​ໂຄງການ, ອີ​ຢູ ຈະ​ໜູນ​ຊ່ວຍ​ໂດຍ​ກົງ​ລະບົບ​ສະໜອງ​ປາຈາ​ທັງ​ໝົດ, ຈາກ​ຂອດ​ນ​ແນວພັນ​ປາ, ການຜະລິດ​ຫົວອາຫານ, ລ້ຽງ ​ແລະ ປຸງ​ແຕ່ງ​ປາ​ຂອງ​ຫວຽດນາມ ​ຕະຫຼອດ​ຮອດ​ບັນດາ​ນັກ​ສົ່ງ​ອອກ​ນຳ​ເຂົ້າ ​ແລ​ະ ຜູ້​ບໍລິ​ໂພ​ກອຸປະ​ໂພ​ກ​ເວົ້າລວມ, ​ໃນ​ນັ້ນມີ​ອີ​ຢູ ຊື່​ງປະຈຸ​ບັນ​ພວມ​ແມ່ນ​ຕະຫຼາດ​ໃຫ່ຍກ່ວາ​ໝູ່​ຂອງ​ປາຈາ​ຫວຽດນາມ.

   ​ໂຄງການ​ໄດ້​ປະຕິບັດ​ແຕ່​ປີ 2013-2017, ​ໂດຍ​ສຸມ​ໃສ່​ການ​ຍົກ​ສູງ​ຄວາມ​ສາມາດ, ຊຸກຍູ້​ການ​ຜະລິດ​ທີ່​ມີ​ຄວາມ​ຮັບຜິດຊອບ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ, ຫລຸດຜ່ອນ​ການ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ ​ແລະ ຫລຸດຜ່ອ​ນຄ່າ​ໃຊ້​ຈາ​ຍການ​ຜະລິດ​ໃນ​ລະດັບ​ຕ່ຳ​ສຸດ. ​ໂຄ​ງການ​ຍັງ​ຊ່ວຍ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ໜູນ​ຊ່ວຍ​ດ້ານ​ເຕັກນິກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ, ບັນດາ​ນັກ​ຜະລິດ​​ເອກະ​ຊົນນຳ​ໃຊ້​ບັນດາ​ມາດຖານໝັ້ນຄົງທີ່ພວມປະກາດ​ໃຊ້​ໃນ​ປະຈຸ​ບັນ​ຂອງ​ສະພາ​ຄຸ້ມ​ຄອງ​ລ້ຽງ​ປູກ​ສິນ​ໃນ​ນ້ຳ. ປະຕິບັດ​ການ​ຜະລິດ​ກະສິກຳທີ່​ດີ ​ເພື່ອ​ແນ​ໃສ່​ຍົກ​ສູງ​ລັກສະນະ​ແກ້ງ​ແຍ້​ງຂອງ​ຂະ​ແໜງ​ປາຈາ​ໃນ​ຕະຫຼາດ​ໂລກ./.

  

ຂ່າວ/ບົດ​ອື່ນ