ສ້າງວັດທະນະທຳນະຄອນຮ່າໂນ້ຍສົມກັບບົດບາດທີ່ຕັ້ງແມ່ນນະຄອນຫລວງຂອງທັງປະເທດ

 

ສ້າງວັດທະນະທຳນະຄອນຮ່າໂນ້ຍສົມກັບບົດບາດທີ່ຕັ້ງແມ່ນນະຄອນຫລວງຂອງທັງປະເທດ - ảnh 1
ນັກທ່ອງທ່ຽວຕ່າງປະເທດຢ້ຽມຢາມນະຄອນຫລວງຮ່າໂນ້ຍ
ພາບ:internet


(vovworld)-  ຕອນ​ເຊົ້າ​ວັນ​ທີ 29/5, ນະຄອນ​ຮ່າ​ໂນ້ຍ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ 15 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກຄັ້ງທີ 5 ຊຸດ​ທີ 13 ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ ຫວຽດນາມ ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ. ​ໃນ 15 ປີຜ່ານມາ, ທຸກ​ຂັ້ນ, ຂະ​ແຫນງ​ການ​ຂອງ​ນະຄອນຫລວງ ຮ່າ​ໂນ້ຍ ​ໄດ້​ຊາບ​ຊືມມະຕິ​ສູນ​ກາງ​ພັກຄັ້ງ​ທີ 5 ຊຸດ​ທີ 13 ຢ່າງ​​ເຂັ້ມ​ງວດ, ​ເລິກ​ເຊິ່ງກວ້າງຂວາງ. ຮ່າ​ໂນ້ຍ​ແມ່ນ​ທ້ອງ​ຖິ່ນ​ນຳຫນ້າ​ທົ່ວ​ປະ​ເທດ​ໃນ​ການ​ປຸກລະດົມ​ຂະ​ບວນການ“ທົ່ວ​ປວງ​ຊົນ​ສາມັກຄີ​ສ້າງ​ຊີວິດ​ວັດທະນະທຳ. ຄຽງ​ຄູ່​ກັນ​ນັ້ນ ມີ​ຫລາຍ​ຂະ​ບວນການ​ໄດ້​ຮັບ​ການ​ປຸກລະດົມ, ຜ່ານ​ນັ້ນ​ເຮັດ​​ໃຫ້​ຊີວິດ​ທາງ​ດ້ານ​ວັດທະນະທຳ, ຈິດ​ໃຈ​ຂອງ​ປະຊາຊົນ​ນະຄອນຫລວງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປົວ​ແປງ ​ແລະ ຍົກ​ສູງ​ຂຶ້ນ. ຮອດ​ປີ 2015, ນະຄອນ​ຮ່າ​ໂນ້ຍສູ້​ຊົນ​ມີ 85% ຈຳນວນ​ຄອບຄົວ​ໄດ້​ຮັບ​ນາມມະຍົດ​ຄອບຄົວ​ວັດທະນະທຳ, 60% ຫົວຫນ່ວຍ​​ຮັບ​ນາມມະຍົດ​ຫົວຫນ່ວຍ​ວັດທະນະທຳ ​ແລະ 55% ບ້ານ​​ໄດ້​ຮັບ​ນາມມະຍົດ​ແມ່ນ​ໝູ່​ບ້ານ​ວັດທະນະທຳ. ທ່ານ ​ໂຮ່ກວາງ​ເລີ້​ຍ, ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຊີ້​ແຈງ​ວ່າ:

        “ນະຄອນ​ຮ່າ​ໂນ້ຍສືບ​ຕໍ່​ສ້າງ​ວັດທະນະທຳ​ຮ່າ​ໂນ້ຍ ​ໃຫ້​ສົມ​ກັບ​ບົດບາດ​ທີ່​ຕັ້ງ​ແມ່ນ​ນະຄອນຫລວງ​ຂອງ​ທັງ​ປະ​ເທດ, ສູນວັດທະນະທຳ​ຊັ້ນ​ນຳ​ຂອງ​ພາກ​ພື້ນ. ສຸມ​ໃສ່​ເຂົ້າ​ໃນ​ວຽກ​ງານສ້າງ​ຄວາມ​ສີວິ​ໄລ ​ແລະ ​ສະພາບ​ແວດ​ລ້ອມ​ວັດທະນະທຳ​ນະຄອນຫລວງ​ທີ່​ອຸດົມ​ສົມບູນ, ປອດ​​​ໃສ. ”

 

 

ຂ່າວ/ບົດ​ອື່ນ