ສ້າງສັງຄົມຮໍ່າຮຽນຢູ່ຫວຽດນາມ

ສ້າງສັງຄົມຮໍ່າຮຽນຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – “ສ້າງ​ສັງຄົມ​ຮໍ່າຮຽນ​ຖື​ລັກສະນະ​ໝັ້ນຄົງ ​ແລະ ​ເໝາະ​ສົມ​​ກັບ​ສະພາບ​ການ ກໍ່​ຄື​ເງື່ອນ​ໄຂ​ພິ​ເສດ​ຂອງ​ຫວຽດນາມ”, ​ນີ້​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ່ ​ເຊິ່ງຜູ້​ແທນ​ກວ່າ 125 ຄົນ ​ເຕື້ອງ​ເຖິງທີ່​ກອງ​ປະຊຸມ​ສຳ​ມາະນາ “ສ້າງ​ສັງຄົມ​ຮໍ່າຮຽນ - ຈາກ​ວິ​ໄສ​ທັດ​ເຖິງ​ການ​​​ກະ​ທຳ” ​ຊຶ່ງດຳ​ເນີນໃນ​ຕອນ​ເຊົ້າ​ວັນ​ທີ 16/12, ຢູ່​ນະຄອນ​ໂຮ່ຈິ​ມິນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ໄຈ້​ແຍກ ​ແລະ ປະກອບ​ຄຳ​ເຫັນ​ໃຫ້ການ​ສ້າງ​ແຜນການ​ເຄື່ອນ​ໄຫວ​ຢ່າງລະອຽດ ​ເພື່ອ​ປະຕິບັດ​ຈຸດໝາຍ​ສັງຄົມ​ຮໍ່າຮຽນ​ຢູ່​ຫວຽດນາມ ​ແຕ່​ນີ້​ຮອດ​ປີ 2020 ​ເປັນ​ຢ່າງ​ດີ. ສາດສະດາຈານ, ດ​.ຣ ຟ້າ​ມ​ເຕີ​ດຢອງ, ຮອງ​ປະທານ​ສະມາຄົມ​ຮໍ່າຮຽນ​ຫວຽດນາມ ຖື​ວ່າ.

        “​ໃນ​ເງື່ອນ​ໄຂ​ທີ່​ພວກ​ເຮົາ​ພວມ​ຂາດ​ແຄນ​ທີ່​ສຸດ​ແມ່ນ​ການ​ຮໍ່າຮຽນ​​ຂອງວົງ​ຄະນະ​ຍາດ​ ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ແຕ່​ລະ​ຄົນ​ໃນ​ວົງ​ຄະນະ​ຍາດມີ​ໂອກາດ​ເລືອກ​ເຟັ້ນວິທີ​ຮໍ່າຮຽນ​ໃຫ້​ແກ່​ຕົນ​ເອງ. ພວກ​ເຮົາ​ມີ​ສູນ​ຮໍ່າຮຽນ​ກວ່າ 11.000 ​ແຫ່ງ, ມີ​ລະບົບ​ຫໍ​ສະມຸດ​ແຕ່ 5000 7000 ​ແຫ່ງ, ​ເຮືອນ​ວັດທະນະທຳ… ​ແຕ່​ບັນດາ​ສະຖານ​ທີ່​ດັ່ງກ່າວ​ຍັງ​ບໍ່​ທັນ​ມີ​ກົນ​ໄກ, ນະ​ໂຍບາຍ​ເພື່ອຮັບ​ໃຊ້​ໃຫ້ການ​ຮໍ່າຮຽນ​ວົງ​ຄະນະ​ຍາດ, ຮັບ​ໃຊ້​ການ​ຮໍ່າຮຽນ​ຕະຫຼອດ​ຊີວິດ”.

        ສາດສະດາຈານ, ດ​.ຣ ຟ້າ​ມ​ເຕີ​ດຢອງ ກໍ່​ໃຫ້​ຮູ້​ວ່າ: ​ແຜນການ​ເຄື່ອນ​ໄຫວ​ຕໍ່​ໄປ​ຂອງ​ຫວຽດນາມ ​ແມ່ນ, ກຳນົດ​ບົດ​ບາດ, ໜ້າ​ທີ່​ຂອງ​ແຕ່​ລະ​ອົງການ, ສ່ວນ​ບຸກຄົນ, ປ່ຽນ​ໃໝ່​ລະບົບ​ສຶກສາ ຕາມ​ທິດ​ເປີດ​ກ້​ວາງ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ກາ​ນຮໍ່າຮຽນ​ວົງ​ຄະນະ​ຍາດ.

ຂ່າວ/ບົດ​ອື່ນ