ສ້າງສຳເນົາເອກະສານອາຊີບເຮັດພາບພື້ນເມືອງ ດົງໂຮ່ ເພື່ອຍື່ນສະເໜີຕໍ່ UNESCO

(VOVWORLD) - ອາຊີບເຮັດພາບ ດົງໂຮ່ ແມ່ນອາຊີບແກະຄວັດສະຫຼັກໃນແຜ່ນໄມ້ພື້ນເມືອງ, ໂດຍປະຊາຊົນໝູ່ບ້ານ ດົງໂຮ່ (ຕາແສງ ຊອງໂຮ່, ເມືອງ ທ້ວນແທ່ງ, ແຂວງ ບັກນິງ)
ສ້າງສຳເນົາເອກະສານອາຊີບເຮັດພາບພື້ນເມືອງ ດົງໂຮ່ ເພື່ອຍື່ນສະເໜີຕໍ່ UNESCO - ảnh 1ພາບປະກອບ

ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ເປັນເອກະພາບກັນດ້ວຍຂໍ້ສະເໜີຂອງຄະນະກຳມະການປະຊາຊົນແຂວງ ບັກນີງ ກ່ຽວກັບການສ້າງສຳເນົາເອກະສານອາຊີບເຮັດພາບພື້ນເມືອງ ດົງໂຮ່ ເພື່ອຍື່ນສະເໜີຕໍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຕ້ອງໄດ້ຮັບການປົກປັກຮັກສາຮີບດ່ວນຂອງໂລກ.

        ອາຊີບເຮັດພາບ ດົງໂຮ່ ແມ່ນອາຊີບແກະຄວັດສະຫຼັກໃນແຜ່ນໄມ້ພື້ນເມືອງ, ໂດຍປະຊາຊົນໝູ່ບ້ານ ດົງໂຮ່ (ຕາແສງ ຊອງໂຮ່, ເມືອງ ທ້ວນແທ່ງ, ແຂວງ ບັກນິງ) ປະດິດແຕ່ງ ແລະ ພັດທະນາກາຍເປັນໝູ່ບ້ານ. ພາບດົງໂຮ່ ລວມມີ 7 ປະເພດຕົ້ນຕໍ່ຄື: ພາບບູຊາ, ພາບອວຍພອນ, ພາບປະຫວັດສາດ, ພາບເລື່ອງ…

        ຮອດໄລຍະປະຈຸບັນ, ຫວຽດນາມ ມີ 12 ມໍລະດົກໂດຍ UNESCO ຮັບຮອງເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງໂລກ, ເຊິ່ງລວມມີ: ດົນຕີພະລາດຊະວັງເຫ້ວ; ວັດທະນະທຳຄ້ອງ ໄຕງວຽນ; ເພງພື້ນເມືອງຂັບກວາງຫໍ້; ຂັບກາຈູ່; ງານບຸນຢ໋ອງ; ການເຫຼື້ອມໃສບູຊາເຈົ້າຊີວິດຮູ່ງ; ຂັບເດີນກາຕ໋າຍຕື໋; ຂັບ ວີ້, ຢ້ຳ ເງະຕິ໋ງ; ພິທີງານບຸນ ແລະ ການແຂ່ງຂັນ ດຶງເຊືອກ; ການປະຕິບັດເຫຼື້ອມໃສບູຊາພະແມ່ຕາມຝູຂອງຊາວ ຫວຽດນາມ; ຂັບຊວານ ແລະ ສິລະປະຂັບບ່າຍຈ່ອຍຂອງພາກກາງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ