ສ້າງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ່ຽນ​ເພດ ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

(VOVWORLD) - ໃນວາລະປຶກສາຫາລືໃນຕອນເຊົ້າວັນທີ 23 ພຶດສະພາ ກ່ຽວກັບ ຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2024, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023, ມີສະມາຊິກສະພາແຫ່ງຊາດຫຼາຍທ່ານສະໜັບສະໜູນການນຳ ຮ່າງກົດໝາຍວ່າດ້ວຍການປ່ຽນເພດ ເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2024.

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ໃນວາລະປຶກສາຫາລືໃນຕອນເຊົ້າວັນທີ 23 ພຶດສະພາ ກ່ຽວກັບ ຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2024, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023, ມີສະມາຊິກສະພາແຫ່ງຊາດຫຼາຍທ່ານສະໜັບສະໜູນການນຳ ຮ່າງກົດໝາຍວ່າດ້ວຍການປ່ຽນເພດ ເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2024. ນີ້ແມ່ນສິ່ງທີ່ໜ້າສົນໃຈໃນວຽກງານນິຕິບັນຍັດຂອງສະພາແຫ່ງຊາດ.

ສ້າງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ່ຽນ​ເພດ ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ - ảnh 1ສະມາຊິກສະພາແຫ່ງຊາດ ຟ້າມຈ້ອງເຫງຍະ, ຄະນະສະມາຊິກສະພາແຫ່ງຊາດແຂວງ ລ້າງເຊິນ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: VOV)

ຕາມຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ ຫວຽນແອັງຈິ ແລ້ວ, ຮ່າງກົດໝາຍສະບັບດັ່ງກ່າວ ລວມມີ 4 ກຸ່ມນະໂຍບາຍ, ເຊິ່ງລວມມີ: ເງື່ອນໄຂເພື່ອໃຫ້ພົນລະເມືອງປ່ຽນເພດ; ປະຕິບັດການນຳໃຊ້ການແພດເຂົ້າໃນການປ່ຽນເພດຂອງພົນລະເມືອງ; ກຳນົດເພດສຳລັບບັນດາກໍລະນີທີ່ໄດ້ນຳໃຊ້ການແພດເພື່ອປ່ຽນເພດ ກ່ອນມື້ກົດໝາຍມີຜົນສັກສິດ; ສິດອຳນາດ, ລະບຽບການຮັບຮອງເພດຂອງຜູ້ປ່ຽນເພດ. ເນື້ອໃນດັ່ງກ່າວໄດ້ຍົກອອກມາ, ສະມາຊິກສະພາແຫ່ງຊາດ ຟ້າມຈ້ອງເຫງຍະ, ຄະນະສະມາຊິກສະພາແຫ່ງຊາດແຂວງ ລ້າງເຊິນ ຖືວ່າ:

        “ນີ້ແມ່ນບັນດານະໂຍບາຍທີ່ກ່ຽວຂ້ອງເຖິງສິດທິມະນຸດ, ສິດພົນລະເມືອງຢ່າງຈະແຈ້ງ, ແມ່ນບາດກ້າວເດີນຫັນຂໍ້ກຳນົດຕ່າງໆຂອງລັດຖະທຳມະນູນ ແລະ ປະມວນກົດໝາຍແພ່ງ ເປັນລະອຽດ. ໃນກໍລະນີຮ່າງກົດໝາຍດັ່ງກ່າວໄດ້ຮັບການຕົກລົງເຫັນດີຈາກສະພາແຫ່ງຊາດ ອະນຸຍາດໃຫ້ນຳເຂົ້າໂຄງການສ້າງກົດໝາຍ, ລັດຖະບັນຍັດ, ສະເໜີໃຫ້ກຳນົດຄວາມຮັບຜິດຊອບຂອງບັນດາອົງການທີ່ກ່ຽວຂ້ອງສຳຄັນໃນການໜູນຊ່ວຍການ ສ້າງຮ່າງກົດໝາຍ.”

       

ຕອບກັບ

ຂ່າວ/ບົດ​ອື່ນ