ສ້າງເງື່ອນໄຂໃຫ້ການເຄື່ອນໄຫວລົງທຶນ,ຜະລິດດຳເນີນທຸລະກິດຢູ່ບັນດາເຂດເສດຖະກິດເຂດອຸດສາຫະກຳ

ສ້າງເງື່ອນໄຂໃຫ້ການເຄື່ອນໄຫວລົງທຶນ,ຜະລິດດຳເນີນທຸລະກິດຢູ່ບັນດາເຂດເສດຖະກິດເຂດອຸດສາຫະກຳ - ảnh 1
ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫວຽດນາມ ຮ່ວາງຈູງ​ຫາຍ
(ພາບ: ອິນເຕີແນັດ)

(vovworld) – ສ້າງ​ເງື່ອນ​ໄຂ​ໃຫ້ການ​ເຄື່ອນ​ໄຫວ​ລົງທຶນ, ຜະລິດ​ດຳ​ເນີນ​ທຸລະ​ກິດ​ຢູ່​ບັນດາ​ເຂດ​ເສດຖະກິດ​​ ເຂດອຸດສາຫະກຳ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫວຽດນາມ ຮ່ວາງຈູງ​ຫາຍ, ຫົວໜ້າ​ຄະນະ​ຊີ້​ນຳ​ກ່ຽວ​ກັບການ​ພັດທະນາ​ເຂດ​ເສດຖະກິດ, ​ເຂດ​ອຸດສາຫະກຳ. ​ໄດ້​ເນັ້ນ​ໜັກ​ຄື​ດັ່ງກ່າວ ທີ່​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ໃນ​ວັນ​ທີ 23/10 ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້ອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ໃຫ້​​ແຂງແຮງ, ຄົບ​ຊຸດ​ເພື່ອ​ຍົກ​ສູງ​ຄຸນ​ນະ ພາ​ບບັນດາ​ເຂດ​ເສດຖະກິດ, ​ເຂດ​ອຸດສາຫະກຳ, ສ້າງ​ກຳລັງ​ໜູນ​ພັດທະນາ​ຂອງ​ບັນດາ​ທ້ອງ​ຖິ່ນ​ກໍ​ຄື​ທົ່ວ​ປະ​ເທດ. ພ້ອມ​ກັນ​ນັ້ນ, ​ເພື່ອ​ຮັບປະກັນ​ປັດ​ໃຈ​ພັດທະນາ​ແບບ​ຍືນ​ຍົງ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​​ເຖິງການແກ້​ໄຂ​ບັນຫາ​ມົນ​ລະ​ພິດ, ບຳບັດ​ນ້ຳ​ເສຍ…ຈາດກບັນດາ​ເຂດ​ເສດຖະກິດ, ​ເຂດ​ອຸດສາຫະກຳ, ໝູ່​ບ້ານ​ຫັດຖະກຳ.

 

 

ຂ່າວ/ບົດ​ອື່ນ