ສ້າງເສັ້ນຊາຍແດນສັນຕິພາບ,ສະຖຽນລະພາບເພື່ອອະທິປະໄຕຄວາມສະຫງົບປອດໄພແຫ່ງຊາດ

ສ້າງເສັ້ນຊາຍແດນສັນຕິພາບ,ສະຖຽນລະພາບເພື່ອອະທິປະໄຕຄວາມສະຫງົບປອດໄພແຫ່ງຊາດ - ảnh 1
ທ່ານພົນ​ໂທ ຫງວຽນ​ຈີ໋ວິ​ງ ຮອງ​ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ
(ພາບ: bienphong.com.vn)

(vovworld) - ວັນ​ທີ 15/08 ຢູ່​ນະຄອນ ​ເຫວ້, ກອງ​ບັນຊາ​ການທະຫານ​ປ້ອງ​ກັນຊາ​ຍ​ແດນ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດກົດ​ລະບຽບ​ສົມທົບ​ກັນ​ລະຫວ່າງຄະນະ​ພັກ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ​ແລະ 44 ຄະນະ​ພັກ​ແຂວງ, ຄະນະ​ພັກ​ນະຄອນ​ທີ່ມີ​ເສັ້ນ​ຊາຍ​ແດນ​ແຫ່ງ​ຊາດ​ໃນ​ທົ່ວ​ປະ​ເທດ. ​ໂດຍ​ຜ່ານ 5 ປີ​ແຫ່ງ​ການ​ປະຕິບັດ, 44 ​ແຂວງ, ນະຄອນ​ມີ​​ເສັ້ນ​ຊາຍ​ແດນ​ແຫ່ງ​ຊາດ, ບັນດາ​ດ່ານ​ຊາຍ​ແດນ​ສາກົນ​ໄດ້​ຜັນ​ຂະຫຍາຍ​ການ​ປະຕິບັດ​ຢ່າງ​ຄົບ​ຊຸດ, ນຳ​ມາ​ໃຫ້​ປະສິດທິ​ຜົນ​ສູງ ​ໃນ​ການ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ອະທິປະ​ໄຕຄວາມ​ສະຫງົບປອດ​ໄພ​ຢູ່​ເຂດ​ຊາຍ​ແດນ, ຮັກສາ​ດີ​ລະບົບ​ບອບ​ສື່ສານ, ​​ແລກປ່ຽນ​ສະພາບ​ການ​ທີ່​ກ່ຽວຂ້ອງ​ເຖິງ​ໜ້າ​ທີ່​ກໍ່ສ້າງ, ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ເຂດຊາຍ​ແດນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານພົນ​ໂທ ຫງວຽນ​ຈີ໋ວິ​ງ ຮອງ​ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຢືນຢັນ​ວ່າ: ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ພ້ອມກັບ​ອຳນາດ​ການ​ປົກຄອງ, ປະຊາຊົນ​ພາຍ​ໃນ​ປະ​ເທດ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ເຂດຊາຍ​ແດນ​ແຫ່ງ​ຊາດ​ຢ່າງ​ໝັ້ນຄົງ; ຕໍ່ສູ້​ກັບ​ບັນດາ​ອາດຊະຍາ​ກຳ​ຢ່າງ​ມີ​ປະສິດທິ​ຜົນ, ປະຕິບັດ​ໜ້າ​ທີ່​ຊ່ວຍ​ປະຊາຊົນ​ພັດທະນາ​ເສດຖະກິດ - ສັງຄົມ, ກູ້​ໄພ​ກູ້​ຊີບ​ເປັນ​ຢ່າງ​ດີ. ຜ່ານ​ນັ້ນ ປະຊາຊົນບັນດາ​ເຜົ່າ​ເຂດ​ຊາຍ​ແດນ​ກໍ່​ຕັ້ງໜ້າ​ເຂົ້າ​ຮ່ວມບັນ​ດ​າການ​ເຄື່ອນ​ໄຫວ, ຂະ​ບວນການ​ປົກ​ປັກ​ຮັກສາ​ຊາຍ​ແດນ ​ໂດຍ​ທະຫານ​ປ້ອງ​ກັນຊາ​ຍ​ແດນປຸກລະດົມ; ​ເຂົ້າ​ຮ່ວມການ​ກໍ່ສ້າງ​ພື້ນຖານ​ປ້ອງ​ກັນຊາ​ຍ​ແດນ​ທົ່ວປວງ​ຊົນ​ຢ່າງ​ໝັ້ນຄົງເຂັ້ມ​ແຂງ, ສ້າງ​ກຳລັງ​ປ້ອງກັນຊາ​ຍ​ແດນ​ທີ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່.

ຂ່າວ/ບົດ​ອື່ນ