ສ້າງແຜນການປະຕິບັດຍຸດທະສາດພັດທະນາເສດຖະກິດທະເລແບບຍືນຍົງ

(VOVWORLD) -  ຜັນຂະຫຍາຍການປະຕິບັດມະຕິສູນກາງພັກກ່ຽວກັບຍຸດທະສາດການພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045: ສະພາບການ, ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການແມ່ນເນື້ອໃນກອງປະຊຸມສຳມະນາ ໂດຍກົມໃຫຍ່ທະເລ ແລະ ໝູ່ເກາະ ຫວຽດນາມ ຈັດຕັ້ງໃນວັນທີ 18 ມັງກອນ ຢູ່ ຮ່າໂນ້ຍ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຈິ່ນກຸ໊ຍກຽນ ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ຖືວ່າ: ກອງປະຊຸມສຳມະນາແມ່ນແນໃສ່ຮັບເອົາຄຳເຫັນຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງຂຶ້ນກັບບັນດາຂົງເຂດ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງແຜນການສັງລວມ ແລະ ແຜນການ 5 ປີຂອງລັດຖະບານ ເພື່ອປະຕິບັດມະຕິ. ທ່ານ ເຈິ່ນກຸ໊ຍກຽນ ສະເໜີວ່າ ບັນດານັກຊ່ຽວຊານ, ບັນດານັກວິທະຍາສາດເຂົ້າຮ່ວມກອງປະຊຸມສຳມະນາຈົ່ງປະກອບຄຳເຫັນເຂົ້າໃນບັນດາບັນຫາລະອຽດ, ຄືມາດຕະການຫັນບັນດາເປົ້າໝາຍຂອງຍຸດທະສາດການພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045 ເປັນລະອຽດ…ໃນສະເພາະໜ້າແມ່ນພັດທະນາຮູບແບບການເຕີບໂຕຂຽວ, ຊຸກຍູ້ການປ່ຽນແປງໃໝ່, ປະດິດຄິດສ້າງ, ນຳໃຊ້ຜົນງານດ້ານວິທະຍາສາດ, ເຕັກໂນໂລຊີກ້າວໜ້າໃນຂະແໜງປູກລ້ຽງສິນທະເລ - ເຊິ່ງແມ່ນຂະແໜງເສດຖະກິດຫາກໍ່ພົ້ນເດັ່ນ ແລະ ໃນການຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງສິ່ງແວດລ້ອມທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ