ສ້າງໂທລະສັບສາຍດ່ວນຫນູນຊ່ວຍພົນລະເມືອງຫວຽດນາມຢູ່ລີບີ

 ສ້າງໂທລະສັບສາຍດ່ວນຫນູນຊ່ວຍພົນລະເມືອງຫວຽດນາມຢູ່ລີບີ - ảnh 1
ພົນລະເມືອງຫວຽດນາມກັບຄືນເມືອປະເທດເມື່ອລີບີ ເກີດ
ສະພາວະການຮົບໃນປີ 2011


(vovworld)- ​ວັນທີ 31/7, ເມື່ອຕອບຄຳຖາມກ່ຽວກັບສະພາບຄວາມເຄັ່ງຕຶງຢູ່ ລີບີ ແລະ ວຽກງານປົກປ້ອງພົນລະເມືອງ ຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ລີບີ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ໃຫ້ຮູ້ວ່າ: ປະຈຸບັນ ​ມີ ພົນລະເມືອງ ຫວຽດນາມ ປະມານ 1550 ຄົນ ພວມເຮັດວຽກຢູ່ ລີບີ ແຕ່ສ່ວນຫລາຍຢູ່ເຂດທີ່ບໍ່ທັນເກີດສະພາວະການຮົບ. ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ນຳໃຫ້ບັນດາອົງການການທູດຢູ່ ລີບີ ກໍຄືຢູ່ບັນດາປະເທດໃນພາກພື້ນ ຕິດຕາມສະພາບການ, ສົມທົບຢ່າງແຫນ້ນແຟ້ນກັບ ບັນດາ​ອົງການ​ກ່ຽວຂ້ອງຂອງ​ປະ​ເທດ​ປະຈຳ​ຖິ່ນ ກໍ​ຄື​ບັນດາ​ບໍລິສັດ​ຈ້າງ​ຄົນ​ງານ​ຫວຽດນາມ ​ເພື່ອ​ກຽມພ້ອມ​ບັນດາ​ຮູບ​ການ​ຫນູນ​ຊ່ວຍ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ພົນລະ​ເມືອງ​ຫວຽດນາມ. “​ເມື່ອ​ສະພາບ​ການ​ຢູ່ ລີ​ບີ ຜັນ​ແປ​ໄປ​ຢ່າງ​ສັບສົນ, ສະຖານທູດ​ຫວຽດນາມ ຢູ່ ລີ​ບີ ​ໄດ້​ພົວພັນ​ຕິດ​ຕໍ່​ເປັນ​ປະຈຳ​ກັບ​ພົນລະ​ເມືອງ​ຫວຽດນາມ ທີ່​ພວມ​ເຮັດ​ວຽກ​ຢູ່ ລີ​ບີ ​ເພື່ອ​ຕິດຕາມສະພາບ​ການ, ຊ່ວຍ​ເຫລືອ​ ​ແລະ ຫນູນ​ຊ່ວຍ​ບັນດາ​ພົນລະ​ເມືອງ ຫວຽດນາມ ຢ່າງ​ທັນ​ການ. ສະຖານທູດ​ຫວຽດນາມ, ປະຈຳ ລີ​ບີ, ກົມ​ກົງ​ສູນ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ກໍ​ໄດ້​ສ້າງ​ໂທລະສັບ​ສາຍ​ດ່ວນ ​ເພື່ອ​ຫນູນ​ຊ່ວຍ​ພົນລະ​ເມືອງ​ຫວຽດນາມ.”

 

ຂ່າວ/ບົດ​ອື່ນ