ສາຍການບິນຫວຽດນາມ ເປີດຖ້ຽວບິນນະຄອນ ໂຮ່ຈີມິນ - ບາລີ

(VOVWORLD) -ຖ້ຽວບິນ ນະຄອນໂຮ່ຈີມິນ - ບາລີ ມີ 7 ຖ້ຽວ/ອາທິດ ນຳໃຊ້ເຮືອບິນ Airbus 321 ດ້ວຍບັນດາການບໍລິການບັນລຸມາດຕະຖານ 4 ດາວສາກົນ.
ສາຍການບິນຫວຽດນາມ ເປີດຖ້ຽວບິນນະຄອນ ໂຮ່ຈີມິນ - ບາລີ - ảnh 1ຖ້ຽວບິນ ໂຮ່ຈີມິນ - ບາລີ ທໍາອິດ (ພາບ:truyenhinhdulich.vn) 

ວັນທີ 27 ຕຸລາ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໄດ້ເປີດຖ້ຽວບິນໂດຍກົງແຕ່ ນະຄອນໂຮ່ຈີມິນ ໄປຍັງ ບາລີ. ນີ້ແມ່ນຖ້ຽວບິນທີ 2 ຂອງ Vietnam Airlines ເຊື່ອມຕໍ່ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ.

ຖ້ຽວບິນ ນະຄອນໂຮ່ຈີມິນ - ບາລີ ມີ 7 ຖ້ຽວ/ອາທິດ ນຳໃຊ້ເຮືອບິນ Airbus 321 ດ້ວຍບັນດາການບໍລິການບັນລຸມາດຕະຖານ 4 ດາວສາກົນ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະ ແຕ່ວັນທີ 27 ຕຸລາ 2019 ຫາ ທ້າຍເດືອນ 3 ປີ 2020, ຍ້ອນມີຄວາມຈຳກັດກ່ຽວກັບການກໍ່ສ້າງສະໜາມບິນ Densapar, ບາລີ, ດັ່ງນັ້ນ ມີພຽງແຕ່ 5 ຖ້ຽວ/ອາທິດ. ບັນດາຖ້ຽວບິນຈະອອກເດີນທາງແຕ່ນະຄອນໂຮ່ຈີມິນໃນເວລາ 11 ໂມງ 10 ນາທີ ແລະ ແຕ່ບາລີໃນເວລາ 16 ໂມງ 50 ນາທີໃນວັນຈັນ, ວັນອັງຄານ, ວັນພະຫັດ, ວັນສຸກ ແລະ ວັນອາທິດຂອງທຸກອາທິດ.

ເຮືອງຈ່າ, ນັກຂ່າວ VOV ປະຈຳອິນໂດເນເຊຍ   


 

ຕອບກັບ

ຂ່າວ/ບົດ​ອື່ນ