ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ຍືນ​ຍົງຄົງ​ຕົວ​ຕະຫຼອດ​​ກາ​ລະ​ນານ

(VOVWORLD) - “ຫວຽດນາມ ຍາມໃດກໍມີຄວາມເອກອ້າງທະນົງໃຈ ທີ່ມີປະເທດລາວ ຊຶ່ງແມ່ນເພື່ອນມິດທີ່ມີສັດຊື່, ບໍລິສຸດ ແລະມີທິດທາງອັນດຽວກັນ. ຄວາມສະໜິດຕິດພັນທີ່ໜຽວແໜ້ນດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນຈາກເລືອດເນື້ອເຫື່ອໄຄ, ໄດ້ຮັບການຫຼໍ່ຫຼອມຜ່ານໄລຍະທີ່ຫຍຸ້ງຍາກລຳບາກ ແລະ ເຕັມໄປດ້ວຍສິ່ງທ້າທາຍ ແລະ ໄດ້ກາຍເປັນໄມຕີຈິດມິດຕະພາບທີ່ຍິ່ງໃຫຍ່ ແລະ ມີຄວາມສະໜິດຕິດພັນແບບພິເສດ ບໍ່ສາມາດແຍກອອກຈາກກັນໄດ້".
ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ຍືນ​ຍົງຄົງ​ຕົວ​ຕະຫຼອດ​​ກາ​ລະ​ນານ - ảnh 1 ລາຍການສະແດງສິລະປະໃນງານສະເຫຼີມສະຫຼອງ  (ພາບ:kinhtedothi.vn)

ຕອນເຊົ້າວັນທີ 2 ທັນວາ ຢູ່ຮ່າໂນ້ຍ ໄດ້ດຳເນີນ ງານສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (2/12/1975 – 02/12/2020) ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13/12/1920 – 13/12/2020). ເຂົ້າຮ່ວມງານສະເຫຼີມສະຫຼອງ ມີທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ. ຝ່າຍ ລາວ ມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ ລາວ ແສງເພັດ ຮຸ່ງບຸນຍວງ  ພ້ອມດ້ວຍພັນລະຍາ ແລະ ພະນັກງານ, ພາລະກອນສະຖານທູດ ລາວ, ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ ຫວຽດນາມ ເປັນຈຳນວນຫຼວງຫຼາຍ.

        ກ່າວປາໄສທີ່ງານສະເຫຼີມສະຫຼອງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ກ່ອນນີ້ 45 ປີ ຄື ວັນທີ 2 ທັນວາ 1975, ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ອັນໄດ້ສິ້ນສຸດສັງກາດປະຫວັດສາດແຫ່ງການຕໍ່ສູ້ທີ່ຫຍຸ້ງຍາກ, ລຳບາກ, ຍາວນານ ແຕ່ສະຫງ່າອົງອາດຂອງປະຊາຊົນ ລາວ ບັນດາເຜົ່າ, ເປີດສັງກາດໃໝ່ ເຊິ່ງແມ່ນສັງກາດທີ່ ປະຊາຊົນໄດ້ເປັນເຈົ້າຂອງຊາຕະກຳຂອງຕົນ, ເປັນເຈົ້າຂອງປະເທດແຫ່ງ ເອກະລາດ, ເສລີພາບ ໄດ້ຢ່າງແທ້ຈິງ. ເຫດການດັ່ງກ່າວ ແມ່ນຂີດໝາຍປະຫວັດສາດທີ່ຮຸ່ງເຮືອງເຫຼືອງເຫຼື້ມໃນພາລະກິດປະຕິວັດຂອງທັງສອງຊາດ ຫວຽດນາມ - ລາວ.

ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ຍືນ​ຍົງຄົງ​ຕົວ​ຕະຫຼອດ​​ກາ​ລະ​ນານ - ảnh 2 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວປາໄສທີ່ງານສະເຫຼີມສະຫຼອງ  (ພາບ:kinhtedothi.vn)

ໃນຕະຫຼອດ 45  ປີ ຜ່ານມາ, ພາຍໃຕ້ການນຳພາຢ່າງຖືກຕ້ອງຂອງພັກ ປະຊາຊົນ ປະຕິວັດ ລາວ, ສປປ ລາວ ໄດ້ມີການປ່ຽນແປງຢ່າງຕັ້ງໜ້າໃນທຸກດ້ານ. ປະເທດ ລາວ ມີບາດກ້າວພັດທະນາຕາມທິດຮຸ່ງເຮືອງສີວິໄລ, ທີ່ຕັ້ງບົດບາດຂອງປະເທດຊາດກໍໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງທັງໃນລະດັບພາກພື້ນ ແລະ ສາກົນ.

        “ຫວຽດນາມ ຍາມໃດກໍມີຄວາມເອກອ້າງທະນົງໃຈ ທີ່ມີປະເທດລາວ ຊຶ່ງແມ່ນເພື່ອນມິດທີ່ມີສັດຊື່, ບໍລິສຸດ ແລະມີທິດທາງອັນດຽວກັນ. ຄວາມສະໜິດຕິດພັນທີ່ໜຽວແໜ້ນດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນຈາກເລືອດເນື້ອເຫື່ອໄຄ, ໄດ້ຮັບການຫຼໍ່ຫຼອມຜ່ານໄລຍະທີ່ຫຍຸ້ງຍາກລຳບາກ ແລະ ເຕັມໄປດ້ວຍສິ່ງທ້າທາຍ ແລະ ໄດ້ກາຍເປັນໄມຕີຈິດມິດຕະພາບທີ່ຍິ່ງໃຫຍ່ ແລະ ມີຄວາມສະໜິດຕິດພັນແບບພິເສດ ບໍ່ສາມາດແຍກອອກຈາກກັນໄດ້. ຫວຽດນາມ ຍາມໃດກໍຮັບຮູ້ຢ່າງເລິກເຊິ່ງວ່າ ແຕ່ລະໄຊຊະນະຂອງການປະຕິວັດ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນວິວັດທະນາການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ ແມ່ນລ້ວນແຕ່ຕິດພັນກັບການຊ່ວຍເຫຼືອຢ່າງຈິງໃຈຂອງປະເທດເພື່ອນ ລາວ. ນີ້ແມ່ນຊັບສົມບັດອັນລ້ຳຄ່າ, ຄວນໄດ້ຮັບການເຄົາລົບ, ຖະໜຸຖະໜອມ, ປົກປັກຮັກສາ ແລະ ພັດທະນາ”.

        ເມື່ອເຕື້ອງເຖິງການອຸທິດສ່ວນຂອງທ່ານປະທານ ໄກສອນ ພົມວິຫານ, ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ ເຖິງວ່າ ເພິ່ນ ຈາກພວກເຮົາໄປແລ້ວກໍຕາມ ແຕ່ມໍລະດົກ ແລະ ທິດທາງອັນຖືກຕ້ອງຂອງ ເພິ່ນ ຍັງສືບຕໍ່ແມ່ນເຂັມຊີ້ທິດແກ່ພາລະກິດປະຕິວັດຂອງ ລາວ.

      ໃນສະພາບການພາກພື້ນ ແລະ ໂລກ ພວມມີການຜັນແປຢ່າງສັບສົນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດຢ່າງສູງສຸດ ຕໍ່ການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.

ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ຍືນ​ຍົງຄົງ​ຕົວ​ຕະຫຼອດ​​ກາ​ລະ​ນານ - ảnh 3 ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ກ່າວປາໄສທີ່ງານສະເຫຼີມສະຫຼອງ (ພາບ:kinhtedothi.vn)

ສ່ວນທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນວ່າ ສາຍພົວພັນລະຫວ່າງສອງພັກ, ສອງລັດ ຫວຽດນາມ - ລາວ ແມ່ນມູນເຊື້ອອັນດີງາມທີ່ໄດ້ຮັບການເສີມສ້າງ ແລະ ຮັກສາໄວ້ມາແຕ່ດົນນານ.

                           (ທ່ານແສງເພັດ ຮຸ່ງບຸນຍວງ ກ່າວປາໄສທີ່ງານສະເຫຼີມສະຫຼອງ)

        ທ່ານເອກອັກຄະລັດຖະທູດ ລາວ ແສງເພັດ ຮຸ່ງບຸນຍວງ ເຊື່ອໝັ້ນວ່າ, ປີ 2021 ຈະມາເຖິງ, ຫວຽດນາມ ແລະ ລາວ ຈະສາມາດຄວບຄຸມໂລລະບາດໂຄວິດ - 19 ໄດ້, ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ສືບຕໍ່ຮັກສາສາຍພົວພັນແບບພິເສດ, ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດກິດຈະການປ່ຽນແປງໃໝ່ ແລະ ພັດທະນາປະເທດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ