ສາດສະດາຈານ Gerardus Hooft, ຜູ້ຍາດໄດ້ລາງວັນໂນແບນວິຊາຟີຊິກສາດພົບປະກັບຜູ້ຮັກວິທະຍາສາດຫວຽດນາມ

(VOVWORLD) -ທ່ານສາດສະດາຈານ Gerardus Hooft ຊຶ່ງແມ່ນຜູ້ຍາດໄດ້ລາງວັນໂນແບນວິຊາຟີຊິກສາດປີ 1999 ໄດ້ມີການບັນລະບາຍ, ພົບປະແລກປ່ຽນກັບບັນດານັກຮຽນ, ນັກສຶກສາ ແລະ ມວນຊົນຜູ້ຮັກຫອມວິທະຍາສາດກ່ຽວກັບຫົວເລື່ອງ “ ບັນດາກົດຫຼັກພື້ນຖານຂອງທຳມະຊາດ ”
ສາດສະດາຈານ Gerardus Hooft, ຜູ້ຍາດໄດ້ລາງວັນໂນແບນວິຊາຟີຊິກສາດພົບປະກັບຜູ້ຮັກວິທະຍາສາດຫວຽດນາມ - ảnh 1 ສາດສະດາຈານ Gerardus Hooft ພົບປະໂອ້ລົມກັບຜູ້ຮັກວິທະຍາສາດຫວຽດນາມ

ຕອນບ່າຍວັນທີ 25/7, ຢູ່ນະຄອນກີເຍີນ ແຂວງບີງດິ້ງ, ທ່ານສາດສະດາຈານ Gerardus Hooft ຊຶ່ງແມ່ນຜູ້ຍາດໄດ້ລາງວັນໂນແບນວິຊາຟີຊິກສາດປີ 1999 ໄດ້ມີການບັນລະບາຍ, ພົບປະແລກປ່ຽນກັບບັນດານັກຮຽນ, ນັກສຶກສາ ແລະ ມວນຊົນຜູ້ຮັກຫອມວິທະຍາສາດກ່ຽວກັບຫົວເລື່ອງ “ ບັນດາກົດຫຼັກພື້ນຖານຂອງທຳມະຊາດ ”. ນີ້ແມ່ນການເຄື່ອນໄຫວນອນໃນບັນດາໂຄງການວິທະຍາສາດ ພົບປະຫວຽດນາມຄັ້ງທີ 13 ໂດຍສະມາຄົມວິທະຍາສາດພົບປະຫວຽດນາມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ພ້ອມກັບຄະນະກຳມະການປະຊາຊົນແຂວງບີງດິ້ງຈັດຕັ້ງຂຶ້ນ. ການພົບປະແລກປ່ຽນໄດ້ດຶງດູດບັນດາຊາວໜຸ່ມ, ນັກຮຽນນັກສຶກສາຢູ່ໂຮງຮຽນຕ່າງໆໃນນະຄອນກີເຍີນ, ພວກເພື່ອນໜຸ້ມໄດ້ຕັ້ງຄຳຖາມຫຼາຍຂໍ້ທີ່ໜ້າຈັບໃຈໃຫ້ສາດສະດາຈານ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງໄວໜຸ່ມທີ່ມີຕໍ່ວິຊາຟີຊິກສາດ ແລະ ໂລກຈັກກະວານວິທະຍາ.

ຕອບກັບ

ຂ່າວ/ບົດ​ອື່ນ