ສາດສະດາຈານລັດເຊຍ ເຊີດຊູຄວາມໝາຍແນວຄິດປະທານໂຮ່ຈີມິນ ໃນຍຸກສະໄໝໃໝ່

(VOVWORLD) -ແນວຄິດປະທານໂຮ່ຈີມິນ ໄດ້ຫັນເປັນຕົວຈິງດ້ວຍປະເທດສສ.ຫວຽດນາມ, ເຊິ່ງແມ່ນປະເທດມີເສລີພາບ ແລະ ພັດທະນາ, ສີວິໄລໃນປະຈຸບັນ.
ສາດສະດາຈານລັດເຊຍ ເຊີດຊູຄວາມໝາຍແນວຄິດປະທານໂຮ່ຈີມິນ ໃນຍຸກສະໄໝໃໝ່ - ảnh 1ທ່ານສາດສະດາຈານ, ປະລິນຍາເອກວິທະຍາສາດ Vladimir Kolotov
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 131 ປີ, ທ່ານສາດສະດາຈານ, ປະລິນຍາເອກວິທະຍາສາດ Vladimir Kolotov, ຫົວໜ້າສະຖາບັນໂຮ່ຈີມິນ ຂຶ້ນກັບມະຫາວິທະຍາໄລສັງລວມແຫ່ງຊາດ Saint Petersburg, ສະຫະພັນລັດເຊຍ, ໄດ້ແບ່ງປັນກ່ຽວກັບແນວຄິດໂຮ່ຈີມິນ ແລະ ເລື່ອງເສີມຂະຫຍາຍແນວຄິດຂອງ ເພິ່ນ ໃນສະພາບການໃໝ່ຂອງໂລກ.

        ທ່ານສາດສະດາຈານ Vladimir Kolotov ໄດ້ເນັ້ນໜັກວ່າ, ແນວຄິດປະທານໂຮ່ຈີມິນ ໄດ້ຫັນເປັນຕົວຈິງດ້ວຍປະເທດສສ.ຫວຽດນາມ, ເຊິ່ງແມ່ນປະເທດມີເສລີພາບ ແລະ ພັດທະນາ, ສີວິໄລໃນປະຈຸບັນ. ຫວຽດນາມ ທັນສະໄໝແມ່ນຕົວແທນຈາກມໍລະດົກທາງດ້ານຈິດໃຈ ໂຮ່ຈີມິນ ແລະ ແນວຄິດຂອງ ເພິ່ນ ກໍ່ແມ່ນການເຕົ້າໂຮມສິ່ງຍອດຍິ່ງຂອງຊາດ, ຊີ້ບອກບັນດາທິດທາງພື້ນຖານໃຫ້ແກ່ການຂົນຂວາຍພັດທະນາຂອງປະເທດຊາດໃນອະນາຄົດ, ຕາມທິດນັບມື້ນັບຕອບສະໜອງບັນດາມາດຕະຖານຊີວິດການເປັນຢູ່ຂອງປະຊາຊົນ, ເພີ່ມທະວີອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບນາດຂອງຫວຽດນາມ ບົນເວທີສາກົນ.

        ທ່ານສາດສະດາຈານ Vladimir Kolotov ຢືນຢັນວ່າ, ຫວຽດນາມ ອາດສາມາດເສີມຂະຫຍາຍດ້ານແນວຄິດດັ່ງກ່າວຢ່າງມີຫົວຄິດປະດິດສ້າງ ເພື່ອປົກປ້ອງບັນດາຜົນປະໂຫຍດອັນຊອບທຳຂອງຕົນໃນໂລກທີ່ມີການຜັນແປຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ