ສານ ສປຊ ປະຕິເສດເກືອບໝົດທຸກຂໍ້ໃນຖະແຫຼງການຂອງ ຢູແກຼນ ຕ້ານຄືນລັດເຊຍ ກ່ຽວກັບ Donbass ແລະ Crimea

(VOVWORLD) - ຄະດີດັ່ງກ່າວໂດຍ Kiev ຮ້ອງຟ້ອງຂຶ້ນສານໃນປີ 2017, ຖືວ່າ ບັນດາການກະທຳນີ້ຂອງລັດເຊຍ ຢູ່ Donbass ລະເມີດສົນທິສັນຍາສາກົນ ກ່ຽວກັບການສະກັດກັ້ນການໜູນຫຼັງການກໍ່ການຮ້າຍ
ສານ ສປຊ ປະຕິເສດເກືອບໝົດທຸກຂໍ້ໃນຖະແຫຼງການຂອງ ຢູແກຼນ ຕ້ານຄືນລັດເຊຍ ກ່ຽວກັບ Donbass ແລະ Crimea - ảnh 1ພາບປະກອບ

ວັນທີ 31 ມັງກອນ, ຢູ່ Lahay, ປະເທດ ໂຮນລັງ, ສານສາກົນ ໄດ້ປະຕິເສດສ່ວນຫຼາຍຂໍ້ສະເໜີໃນຄະດີ ຢູແກຼນ ຮ້ອງຟ້ອງ ລັດເຊຍ ຍ້ອນບໍ່ເຄົາລົບສົນທິສັນຍາຢູ່ Donbass ແລະ Crimea. ຕາມທ່ານ Joan Donoghue, ປະທານສານສາກົນແລ້ວ, ໃນບັນຫາ Donbass, ຝ່າຍ ລັດເຊຍ ໄດ້ເຄົາລົບທຸກໆໜ້າທີ່ໃນບັນດາຂໍ້ກຳນົດຂອງສົນທິສັນຍາ ແລະ ລັດເຊຍ ລະເມີດພຽງເທື່ອໜຶ່ງເທົ່ານັ້ນ. ສຳລັບ Crimea, ສານສາກົນໄດ້ປະຕິເສດເກືອບທັງໝົດຄຳຮຽກສິດຂອງລັດຖະບານ ຢູແກຼນ. ຕາມຜູ້ພິພາກສາ Donoghue ແລ້ວ, ຫຼັງປີ 2014, ຝ່າຍລັດເຊຍ ໄດ້ຈັດຕັ້ງລະບົບການສຶກສາໃນໂຮງຮຽນແຫ່ງຕ່າງໆດ້ວຍພາສາ ຢູແກຼນ ຢູ່ປະເທດນີ້.

          ຄະດີດັ່ງກ່າວໂດຍ Kiev ຮ້ອງຟ້ອງຂຶ້ນສານໃນປີ 2017, ຖືວ່າ ບັນດາການກະທຳນີ້ຂອງລັດເຊຍ ຢູ່ Donbass ລະເມີດສົນທິສັນຍາສາກົນ ກ່ຽວກັບການສະກັດກັ້ນການໜູນຫຼັງການກໍ່ການຮ້າຍ, ພ້ອມກັນນັ້ນ, ບັນດາການກະທຳຂອງລັດເຊຍ ຢູ່ Crimea ແມ່ນລະເມີດສົນທິສັນຍາສາກົນ ກ່ຽວກັບການລົບລ້າງທຸກຮູບແບບຈຳແນກເຊື້ອຊາດຜິວພັນ.

ຕອບກັບ

ຂ່າວ/ບົດ​ອື່ນ