ສານຂອບໃຈຂອງທ່ານເລຂາທິການໃຫຍ່ Nguyen Phu Trong

ສານຂອບໃຈຂອງທ່ານເລຂາທິການໃຫຍ່ Nguyen Phu Trong - ảnh 1
ທ່ານເລຂາທິການໃຫຍ່ Nguyen Phu Trong ແລະ
ທ່ານເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກູບາ Raul Castro Ruz
(ພາບ: nguyenphutrong.vn)

(vovworld) - ​ໃນ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ກູ​ບາ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ພົນ​ເອກ Raul Castro Ruz, ​ເລຂາ​ທີໜຶ່ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກູ​ບາ, ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ​ ສ ກູ​ບາ, ​ເຊິ່ງດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 8 – 12/4. ການ​ນຳ 2 ພັກ,​2 ລັດ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ - ກູ​ບາ, ຢືນຢັນ​ສືບ​ຕໍ່​ປັບປຸງ​ການ​ພົວພັນ​ດ້ານ​ການ​ເມືອງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ຕົວ​ຈິງ ​ແລະ ທິດ​ສະ​ດີ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ຖື​ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍສຳຄັນ​ຍິ່ງ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ. ​ເມື່ອ​ສິ້ນ​ສຸດ​ການ​ຢ້ຽມຢາມ ກູ​ບາ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ມີ​ສົ່ງ​ສານ​ຂອບ​ໃຈ​ເຖິງ​ທ່ານ​ພົນ​ເອກ Raul Castro Ruz, ​ເລຂາ​ທີ່​ໜຶ່ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ. ​ໃນ​ສານ​ສະບັບ​ດັ່ງກ່າວ​ມີ​ຕອນ​ຂຽນວ່າ: ພວກ​ຂ້າພະ​ເຈົ້າ​ເຊ​ື່ອໝັ້ນ​ຢ່າງ​​ແນ່ວ​ແນ່​ວ່າ, ໝາກຜົນ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ພຸມ​ຄຸນ​ສ້າງສາ​ຍພົວພັນ​ສາມັກຄີ - ມິດຕະພາບ, ບໍລິສຸດ​ຜຸດ​ຜ່ອງ, ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ການ​ຮ່ວມ​ມື​ຮອບດ້ານລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ກູ​ບາ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ນັບ​ມື້​ນັບ​ແຕກ​ດອກ​ອອກ​ຜົນ. ອວຍພອນ​ໃຫ້ການ​ພົວພັນ​ຖານ​ສະ​ຫາຍ, ອ​້າຍນ້ອງ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ກູ​ບາ ສວຍ​ສົດ​ງົດ​ງາມ ​ແລະ ໝັ້ນຄົງ​ທະ​ນົງ​ແກ່ນ​ຕະຫຼອດ​ໄປ.

​     ກ່ອນໜ້ານັ້ນ, ໃນ​ການ​ຢ້ຽມຢາມ​ສັນຕິ​ວິ​ໄມຕີ​ສ.ກູ​ຍບາ, ຕອນ​ບ່າຍ​ວັນ​ທີ 11/4, ທ່ານ​​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ໄປ​ຢ້ຽມຢາມ​ຜູ້​ນຳ​ຂອງການ​ປະຕິ​ວັດ ​ແລະ ປະຊາຊົນ​ກູ​ຍບາ ທ່ານ Phidel Castro. ທ່ານ​​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ສະ​ແດງ​ສະ​ເທືອ​ນ​ໃຈ​ເມື່​ອໄດ້​ພົບ​ປະ​ກັບ​ທ່ານ  Phidel Castro ​ແລະ​ ສະ​ແດງ​ຄວາມ​ມ່ວນ​ຊື່ນເມື່ອ​ເຫັນວ່າ​ທ່ານຍັງ​ມີ​ສຸຂະພາບ​ແຂງ​ແຮງ​ຢູ່.  ທ່ານ​​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ຢືນຢັນ​ວ່າ ​ໃນ​ດວງ​ໃຈຂອງ​​ຊາວ​ຫວຽ​ດນາມ ​ແຕ່ລະຄົນ, ຍາ​ມ​ໃດຮູບ​ພາບ​ຂອງ​ທ່ານ Phidel ກໍ​ແມ່ນສັນຍາ​ລັກ​ອັນ​ສູງ​ສົ່ງ ​ແລະ ສວຍ​ງາມຂອງ​ນັກ​ຮົມປະຕິວັດ​ທີ່ອົງອາດ​ກ້າ​ແກ່ນຜູ້​ໜື່ງທີ່​ໄດ້, ຕໍ່​ສູ້​ຍາດ​ເອົາ​​ເອກະລາດ, ຄວາມ​ເສລີພາບ ບໍ່​ພຽງ​ແຕ່​ຂອງ​ປະຊາຊົນ​ກູຍບາ ​ເທົ່າ​ນັ້ນ, ຫາກ​ຍັງ​ຂອງບັນດາ​ປະ​ເທດ​ທີ່ຖືກ​ກົດ​ຂີ່​ຂູດ​ຮີດ​ຢູ່ໃນ​ໂລກ, ​ເປັນ​ເພື່ອນ​ມິດ​ທີ່​ຍິງໃຫຍ່​ຫຼວງ, ​ເປັນ​ອ້າ​ຍນ້ອງ​ຂອງ​ປະຊາຊົນ​ຫວຍຽດນາມ​ ອີກ​ດ້ວຍ. ທ່ານ​ເລຂາທິການ​ໃຫຍ່​ໄດ້​ຢືນຢັນ​ວ່າ, ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ໝັ້ນ​ໝາຍວ່າ ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ກູ​ຍບາ ອ້າຍ​ນ້ອງ ນຳ​ສາຍ​ພົວພັນ​ສາມັກຄີ​ມິດຕະພາບ, ສັດ​ຊື່, ບໍລິສຸດ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ປັບປຸງ ​ແລະ ພັດ​ທະນາການ​ຮ່ວມ​ມື​ຢ່າງຮອ​ບດ້ານ​ລະຫວ່າງ​ຫວຽນາມ - ກູຍບາ ​ຢ່າງ​ບໍ່​ຢຸດ​ຢັ້ງ.

        ທ່າ​ນ Phidel Castro ​ໄດ້​ສະ​ແດງ​ຄວາ​ບຂອບ​ອົກ​ຂອບ​ໃຈ​ຕໍ່ປະຊາຊົນ​ຫວຽດນາມ​ ທີ່​ໄດ້​ການ​ສະໜັບ​ສະ​ໜູນ, ສາມັກຄີ ​ແລະ ​ຮ່ວມ​ມືກັບ​ປະຊາຊົນ​ກູ​ຍບາ. ທ່ານ​​ເລຂາທິການ​ໃຫຍ່ Nguyen Phu Trong ​ແລະ ທ່ານ Phidel ພ້ອມ​ກັນ​ເນັ້ນ​ໜັກ​ເຖິງ​​ເລື່ອງ​ເພີ່ມ​ທະວີ​ການ​ສຶກສາ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ກ່ຽວ​ກັບ​ມູນ​ເຊື້ອ​ປະຕິວັດ, ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ, ບໍລິສຸດ​ຜຸດ​ຜ່ອງ​ລະຫວ່າງ​ຫວຽ​ດນາມ ​ແລະ ກູ​ຍບາ.

ຂ່າວ/ບົດ​ອື່ນ