ສານ​ຕວກກີ​ອອກ​ຄຳ​ສັ່ງ​ຈັບ​ຕົວ​ບາດ​ຫຼວງGulenຢ່າງ​ເປັນ​ທາງ​ການ

 ສານ​ຕວກກີ​ອອກ​ຄຳ​ສັ່ງ​ຈັບ​ຕົວ​ບາດ​ຫຼວງGulenຢ່າງ​ເປັນ​ທາງ​ການ - ảnh 1
ບາດຫຼວງ Fethullah Gulen.
(ພາບ:
Samaa TV)

(vovworld) – ວັນ​ທີ 4/8, ສານ​ແຫ່ງ​ໜຶ່ງ​ຢູ່​ຕວກກີ ​ໄດ້​ອອກ​ຄຳ​ສັ່ງ​ຈັບ​ຕົວ​ສຳລັບ​ບາດ​ຫຼວງ Fethullah Gulen, ​ເຊິ່ງ​ແມ່ນ​ຜູ​​້ທີ່​ອຳນາດ​ການ​ປົ​ກຄອງ Ankara ກ່າວ​ຫາ​ເປັນ​ຜູ້ວາງ​ອຸບາຍ​ຂອງ​ເຫດລັດຖະປະຫານທີ່​ຖືກ​ປະ​ລາ​ໄຊ​ໃນ​ຄ່ຳ​ຄືນ​ວັນ​ທີ 15/7 ຜ່ານ​ມາ, ​ເຮັດ​​ໃຫ້​ກ່ວາ 270 ຄົນ​ຖືກ​ເສຍ​ຊີວິດ. ລັດຖະບານ ຕວກກີ ກໍ່​ກ່າວ​ຫາ​ທ່ານ Gulen, ຜູ້​ເຄີຍ​ເປັນ​ສຳພັນ​ທະ​ມິດ​ຂອງ​ທ່ານ​ປະທານາທິບໍດີ Tayyip Erdogan ປະຈຸ​ບັນ​ພວມ​ດຳລົງ​ຊີວິດ​ພັດ​ຖິ່ນ​ຢູ່ ອາ​ເມ​ລິ​ກາ, ​ເປັນ​ຜູ້​ວາງ​ອຸບາຍ​ໃນ​ເຫ​ດ​ກໍ່​ລັດຖະປະຫານ​ການ​ທະຫານ​​ແຕ່​ບໍ່​ໄດ້​ຮັບ​ຜົນໃນ​ໄລຍະ​ຜ່າ​ນມາ ​ແລະ ທ່ານ Ankara ຢາກ​ໃຫ້ ວໍ​ຊິງ​ຕັນ ​ໄດ້​ນຳ​ຕົວ​ທ່ານ Gulen ກັບ​ຄືນ ຕວກກີ ​ເພື່ອ​ພິພາກສາ. ​​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຝ່າຍ​ ອາ​ເມ​ລິ​ກາ ຖື​ວ່າ ຕວກກີ ຕ້ອງ​ສະໜອງ​ພະຍານ​ຫຼັກຖານຢ່າງ​ຄົບ​ຖ້ວນກ່ຽວ​ກັບ​​​ເລື່ອງ​ບາດ​ຫຼວງ Gulen ກ່ຽວຂ​້ອງ​ເຖິງ​ການ​​ລັດຖະປະຫານ​ຜ່ານ​ມາ. ປະຈຸ​ບັນ, ຝ່າຍ​ອຳນາດ​ການ​ປົກຄອງ Ankara ຫາ​ກໍ່​ຍົກ​ອອກ​ບັນດາ​ການ​ກ່າວ​ຫາ​​ເທົ່າ​ນັ້ນແຕ່​ບໍ່​ທັນ​ຍົກ​ອອກ​ພະ​ຍານ​ຫຼັກ​ຖານ​ລະອຽດ​ໃດໆ​ກ່ຽວຂ້ອງ​ເຖິງ​ທ່ານ Gulen ເທື່ອ.

 

ຂ່າວ/ບົດ​ອື່ນ