ສານສູງສຸດ ປາກິດສະຖານ: ເລື່ອງຈັບຕົວທ່ານອະດີດນາຍົກລັດຖະມົນຕີ I.Khan ແມ່ນຜິດກົດໝາຍ

(VOVWORLD) - ເລື່ອງຈັບຕົວທ່ານອະດີດນາຍົກລັດຖະມົນຕີ Imran Khan ດ້ວຍຄຳກ່າວຫາ ສໍ້ຫຼາດບັງຫຼວງແມ່ນລະເມີດກົດໝາຍ
ສານສູງສຸດ ປາກິດສະຖານ: ເລື່ອງຈັບຕົວທ່ານອະດີດນາຍົກລັດຖະມົນຕີ I.Khan ແມ່ນຜິດກົດໝາຍ - ảnh 1ທ່ານອະດີດນາຍົກລັດຖະມົນຕີ Imran Khan
(ພາບ: AFP/TTXVN)

        ວັນທີ 11 ພຶດສະພາ, ສານສູງສຸດ ປາກິດສະຖານ ໄດ້ຍົກອອກຄຳຕັດສິນສຸດທ້າຍໂດຍຊີ້ແຈ້ງວ່າ ເລື່ອງຈັບຕົວທ່ານອະດີດນາຍົກລັດຖະມົນຕີ Imran Khan ດ້ວຍຄຳກ່າວຫາ ສໍ້ຫຼາດບັງຫຼວງແມ່ນລະເມີດກົດໝາຍ, ພ້ອມທັງອອກຄຳສັ່ງໃຫ້ປ່ອຍຕົວໃຫ້ແກ່ທ່ານ Imran Khan ໂດຍທັນທີ. ຄຳພິພາກສາໄດ້ເປັນຜົນປະໂຫຍດໃຫ້ແກ່ທ່ານອະດີດນາຍົກລັດຖະມົນຕີ ປາກິດສະຖານ ໄດ້ຍົກອອກມາ ພາຍຫຼັງທ່ານມາສະແດງຕົວຢູ່ສານ ນະຄອນຫຼວງ Islamabad ພຽງ 2-3 ຊົ່ວໂມງ. ທ່ານປະທານສານສູງສຸດ ປາກິດສະຖານ (CJP) Umar Ata Bandial ໄດ້ພັນລະນາເລື່ອງຈັບຕົວທ່ານ Imran Khan ຢູ່ສານສູງສຸດ Islamabad ແມ່ນເລື່ອງທີ່ໜ້າອັບອາຍສຳລັບລະບົບຍຸຕິທຳຂອງປະເທດ.

        ເລື່ອງຈັບຕົວທ່ານ Imran Khan ໃນວັນທີ 09 ພຶດສະພາ ໄດ້ພາໄປເຖິງການເກີດກະແສແຫ່ຂະບວນປະທ້ວງໃນທົ່ວປະເທດ, ເຊິ່ງເຮັດໃຫ້ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 9 ຄົນ, ຕຳຫຼວດນັບຮ້ອຍຄົນຖືກບາດເຈັບ ແລະ ຜູ້ແຫ່ຂະບວນທີ່ຮ້າຍແຮງເກີນຂອບເຂດກວ່າ 2.000 ຄົນຖືກຈັບຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ