ສານ​ສະແດງ​ຄວາມ​ເສົ​້າ​ສະຫຼົດ​ໃຈ​ຕໍ່​ສະ​ຫວັນ​ນະ​ຄົດ​ຂອງ​ກະ​ສັດ ກູ​ເວດ

(VOVWORLD) - ວັນທີ 17 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ເຈົ້າຊາຍ ກູເວດ Sheikh Meshal Al-Ahmed Al-Jaber Al-Sabah.
ສານ​ສະແດງ​ຄວາມ​ເສົ​້າ​ສະຫຼົດ​ໃຈ​ຕໍ່​ສະ​ຫວັນ​ນະ​ຄົດ​ຂອງ​ກະ​ສັດ ກູ​ເວດ - ảnh 1 ເຈົ້າກະສັດ ກູເວດ Sheikh Nawaf Al-Ahmad Al-Jaber Al-Sabah ເຖິງແກ່ມໍລະນະກຳ ລວມອາຍຸ 86 ປີ (ພາບ: AFP/TTXVN)

ໂດຍໄດ້ຮັບຂ່າວວ່າ ເຈົ້າກະສັດ ກູເວດ Sheikh Nawaf Al-Ahmad Al-Jaber Al-Sabah ເຖິງແກ່ສະຫວັນນະຄົດ, ວັນທີ 17 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ເຈົ້າຊາຍ ກູເວດ Sheikh Meshal Al-Ahmed Al-Jaber Al-Sabah; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດຖະມົນຕີ ກູເວດ Sheikh Ahmad Nawaf Al-Ahmad Al-Sabah; ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກໍ່ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານສະພາແຫ່ງຊາດ ກູເວດ Ahmad Al-Saadoun ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ