ສານອິດສະລາແອນອອກຄຳສັ່ງມອບຄືນຊາກສົບຊາວປາແລັດສະຕິນ9ຄົນ

ສານອິດສະລາແອນອອກຄຳສັ່ງມອບຄືນຊາກສົບຊາວປາແລັດສະຕິນ9ຄົນ - ảnh 1
ທ່ານນາຍົກລັດຖະມົນຕີ Benjamin Netanyahu
.(ພາບ: AFP/TTXVN)

(vovworld) - ວັນ​ທີ 05/05 ສານ​ສູງ​ສຸດ ອິດສະ​ລາ​​ແອນ ​ໄດ້​ອອກ​ຄຳ​ສັ່ງ​ມອບ​ຄືນ​ຊາກ​ສົບ​ຊາວ ປາ​ແລັດ​ສະຕິ​ນ 9 ຄົນ ​ເຊິ່ງປະຈຸ​ບັນ​ຝ່າ​ຍ ອິດສະ​ລາ​​ແອນ ພວມ​ຮັກສາ​ໄວ້ ພາຍຫລັງ​ທີ່ມີ​ຄຳຮຽກຮ້ອງ​ຈາກ​ບັນດາ​ສະມາຊິກ​ໃນ​ຄອບຄົວ​ຂອງ​ຜູ້​ປະສົມ​ເຄາະ​ຮ້າ​ຍ. ທ່ານ Mohammed Mahmoud ທະນາຍຄວາມ​ຂອງ​ອົງການສິດທິ​ທະນຸ​ດ “Addameer” ທີ່​ສະຫງວນ​ສຳລັບນັກ​ໂທດ​ ປາ​ແລັດ​ສະຕິ​ນ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ ສານ​ສູງ​ສຸດ ອິດສະ​ລາ​​ແອນ ບໍ່​ກຳນົດ​ເວລາ​ລະອຽດ ​ເພື່ອ​ມອບຄືນ​ບັນດາ​ຊາກ​ສົບ​ໃຫ້ຍາດຕິ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າກໍ່ຕາມ ​ແຕ່ຄາດ​ວ່າ ​ເລື່ອງ​ນີ້​ອາດ​ຈະ​ດຳ​ເນີນ​ກ່​ອນທີ່​ຈັດ​ຕັ້ງ​ງານ​ບຸນ Ramadan ​ໃນ​ເດືອນ 6 ຈະ​ມາ​ເຖິງ.

        ປະຈຸ​ບັນ ອິດສະ​ລາ​​ແອນ ພວມ​ຮັກສາ​ຊາກ​ສົບ​ຊາວ ປາ​ແລັດ​ສະຕິ​ນ ຢ່າງ​ໜ້ອຍ​ສຸດ​ແມ່ນ 19 ຄົນ ຖືກ​ບັນດາ​ກຳລັງ ອິກສະ​ລາ​​ແອນ ຂ້າ​ຕາຍ​ນັບ​ແຕ່​ເດືອນ 10 ປີ​ກາຍນີ້. ​ເຂົາ​ເຈົ້າ ຖືກ​ຝ່າຍ ອິດສະ​ລາ​​ແອນກ່າວ​ໂທດ​ ເຂົ້າ​ຮ່ວມ ຫຼື ຊອກ​ຫາ​ວິທີ​ປະຕິບັດ​ບັນດາ​ການ​ບຸກ​ໂຈມ​ຕີ ​ເລັ່ງ​ໃສ່​ພົນລະ​ເມືອງ ​ແລະ ກຳລັງ ອິດສະ​ລາ​​ແອນ.

 


ຂ່າວ/ບົດ​ອື່ນ