ສານອີຢີບແກ່ຍາວເວລາ ກັກຂັງທ່ານ Mohamed Morsi

ສານອີຢີບແກ່ຍາວເວລາ ກັກຂັງທ່ານ Mohamed Morsi - ảnh 1

ທ່ານ​ອະດີດ​ປະທາ​ນາ​ທິບໍດີ​ Mohamed Morsi

(ພາບ:phapluattp.vn)

(vovworld)-​  ວັນ​ທີ 12/8, ສານ​ອີ​ຢີບ ຕົກລົງ​ຈະ​ແກ່ຍາວ​ເວລາກັກ​ຂັງ​ທ່ານ​ປະທາ​ນາ​ທິບໍດີ​ຜູ້​ທີ່​ຖືກ​ໂຄ່ນ​ລົ້ມ Mohamed Morsi ຕື່ມ​ອີກ 15 ວັນ​ເພື່ອ​ສືບສວນ​ກ່ຽວ​ກັບ​ການ​ພົວພັນ​ຂອງ​ທ່ານ​ຜູ້​ນີ້​ກັບ​ຂະ​ບວນການອິດ​ຊະລາ​ມ ​ຮາ​ມາດ ຂອງ​ປາ​ແລດ​ສະຕິ​ນ. ກ່ອນ​ໜ້ານັ້ນ, ວັນ​ທີ 26/7, ສານ​ອີ​ຢີບ ​ໄດ້​ອອກ​ຄຳ​ສັ່ງ​ຈັບ​ຕົວ​ຄຸ້ມ​ຂັງ​ທ່ານ ​Mohamed Morsi ໃນ​ເວລາ 15 ວັນ​ເພື່ອ​ສືບສວນ​ກ່ຽວ​ກັບ​ບັນດາ​ຂໍ້​ກ່າວ​ຫາ, ​ໃນ​ນັ້ນມີ​ການ​ເປັນ​ນັກ​ສືບ, ຮ່ວມ​ມື​ກັບ​ຂະ​ບວນການ​ອິດ​ຊະລາ​ມ ຮາ​ມາດ ​ເພື່ອ​ໜີ​ອອກ​ຈາກ​ຄຸກ, ປະຕິບັດ​ບັນດາ​ການ​ບຸກ​ໂຈມ​ຕີ​​ແນ​​ໃສ່ປ້ອມ​ຕຳຫຼວດ​ແຫ່ງ​ຕ່າງໆ, ມີ​ເຈດ​ຕະນາ​ເຂັນ​ຂ້າ ​ແລະ ລອບ​ຈັບ​ຕົວ​ນາຍ​ຕຳຫຼວດ​ກໍ່​ຄື​ບັນດາ​ນັກ​ໂທດ ​ໃນ​ການກໍ່​ລັດຖະປະຫານ​ເມື່ອຕົ້ນປີ 2011.

  ​ໃນ​ວັນ​ດຽວ​ກັນ, ​ວົງ​ການເຈົ້າໜ້າ​ທີ່​ຂະ​ບວນການ​ຮາ​ມາດ ຂອງ​ປາ​ແລດ​ສະຕິ​ນ ປະກາດ​ວ່າ ອີ​ຢີບ ​ໄດ້​ເປີດ​ດ່ານ​ຊາຍ​ແດນ Rafah ລະວ່າງ​ປະ​ເທດ​ນີ້​ກັບ​ເຂດ ກາຊາ ຄືນ​ໃໝ່ ພາຍຫຼັງ​ໄດ້​ປິດ​ປະຕູມາ​ເປັນ​ເວລາ 4 ວັນ. ດ່ານ​ແຫ່ງ​ດັ່ງກ່າວ​ກໍ່​ໄດ້​ເປີດ​ເພື່ອ​ໃຫ້​ຊາວ​ປາ​ແລດ​ສະຕິ​ນ ກັບ​ຄືນ​ເຂດ​ກາຊາ.

 

 

ຂ່າວ/ບົດ​ອື່ນ