ສານອວຍພອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ

(VOVWORLD) - ເນື້ອໃນສານອວຍພອນເໜັ້ນໜັກ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນຢ່າງເຂັ້ມແຂງ ແລະ ຮອບດ້ານ ຕໍ່ພາລະກິດປ່ຽນແປງໃໝ່ຂອງລາວ...

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22/3/1955 – 22/3/2024), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ. ເນື້ອໃນສານອວຍພອນເໜັ້ນໜັກ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນຢ່າງເຂັ້ມແຂງ ແລະ ຮອບດ້ານ ຕໍ່ພາລະກິດປ່ຽນແປງໃໝ່ຂອງລາວ; ເຊື່ອໝັ້ນພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ, ປະເທດຊາດ ແລະ ປະຊາຊົນລາວ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່, ໃຫ່ຍກວ່າເກົ່າ ໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດຜົນສຳເລັດມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ຈັດຕັ້ງສຳເລັດ ກອງປະຊຸມໃຫ່ຍຄະນະພັກທຸກຂັ້ນຢ່າງສຳເລັດຜົນ ກ້າວໄປເຖິງ ກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກ; ສ້າງສາປະເທດ ລາວ ມີສັນຕິພາບ, ເອກະລາດ, ປະຊາຊົນເປັນເຈົ້າ, ເປັນເອະພາບ, ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ