ສາ​ລາ​ລະ​ນະ​ລັດ ໄຊ​ປ​ຣັດ ມີ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່

(VOVWORLD) -ຕາມຜົນການເລືອກຕັ້ງຢ່າງເປັນທາງການແລ້ວ, ພາຍຫຼັງນັບບັດເລືອກຕັ້ງ 100%, ທ່ານ Christodoulides (ອາຍຸ 49 ປີ) ໄດ້ຮັບບັດສະໜັບສະໜູນ 51,92% ຈາກຜູ້ມີສິດເລືອກຕັ້ງ, ໃນຂະນະນັ້ນ ຄູ່ແຂງເຊິ່ງແມ່ນ ທ່ານ Andreas Mavroyiannis (ອາຍຸ 66 ປິ) ຍາດໄດ້ແຕ່ 48,08% ເທົ່ານັ້ນ.
ສາ​ລາ​ລະ​ນະ​ລັດ ໄຊ​ປ​ຣັດ ມີ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່ - ảnh 1ທ່ານ Christodoulides ໄດ້ຮັບບັດສະໜັບສະໜູນ 51,92% ຈາກຜູ້ມີສິດເລືອກຕັ້ງ (ພາບ: AP)

ວັນທີ 12 ກຸມພາ, ທ່ານອະດີດລັດຖະມົນຕີການຕ່າງປະເທດ Nikos Christodoulides ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີຮອບທີ 2 ຢູ່ ສາທາລະນະລັດ ໄຊປຣັດ. ຕາມຜົນການເລືອກຕັ້ງຢ່າງເປັນທາງການແລ້ວ, ພາຍຫຼັງນັບບັດເລືອກຕັ້ງ 100%, ທ່ານ Christodoulides (ອາຍຸ 49 ປີ) ໄດ້ຮັບບັດສະໜັບສະໜູນ 51,92% ຈາກຜູ້ມີສິດເລືອກຕັ້ງ, ໃນຂະນະນັ້ນ ຄູ່ແຂງເຊິ່ງແມ່ນ ທ່ານ Andreas Mavroyiannis (ອາຍຸ 66 ປິ) ຍາດໄດ້ແຕ່ 48,08% ເທົ່ານັ້ນ.

ດ້ວຍໝາກຜົນນີ້, ທ່ານ Nikos Christodoulides ຈະກາຍເປັນການນຳຄົນຕໍ່ໄປຂອງສາທາລະນະລັດ ໄຊປຣັດ - ເຊິ່ງແມ່ນປະເທດສະມາຊິກຂອງສະຫະພາບເອີຣົບ (ອີຢູ).

ຍໍບ່ຽນ/VOV - ປະຈຳ ປຣາຮາ, ສ.ເຊັກໂກ.

ຕອບກັບ

ຂ່າວ/ບົດ​ອື່ນ