ສາສະໜາຕ່າງໆພ້ອມກັບປະເທດຊາດກໍ່ສ້າງ ປະເທດຊາດ

ສາສະໜາຕ່າງໆພ້ອມກັບປະເທດຊາດກໍ່ສ້າງ ປະເທດຊາດ - ảnh 1
(ທ່ານ​ຮອງ​ຫົວໜ້າຄະນະປະຈຳ​ຄະນະ​ຂົນຂວາຍປະຊາຊົນ​ສູນ​ກາງ ຫງວຽນ​ເທ໋ຈູງ
ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​​ສັງຄະ​ລາດ​ຫວຽດນາມ)

(vovworld) – ​ຕອນ​​ເຊົ້າ​ວັນ​ທີ 22/1, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ຫົວໜ້າຄະນະປະຈຳ​ຄະນະ​ຂົນຂວາຍປະຊາຊົນ​ສູນ​ກາງ ຫງວຽນ​ເທ໋ຈູງ ​ໄດ້​ພົບ​ປະ ​ແລະ ​ໃຫ້ການຕ້ອນຮັບ​ຄະນະ​ຜູ້​ແທນ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ໂດຍ​ພະ​ມະຫາ​ອາຈານ ທິກ​ແທງ​ຫຍຽວ, ຮອງ​ປະທານ​ຜູ້​ປະຈຳການສະພາບໍລິ​ຫານ​ງານ​ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ ​ແລະ ຄະນະ​ຜູ້​ແທນ​ສະພາ​​ສັງຄະ​ລາດ​ຫວຽດນາມ ​ໂດຍ ສັງຄະ​ລາດ ບຸ່ຍ​ວັນ​ດອກ, ປະທານ​ສະພາ​ສັງຄະ​ລາດ ຫວຽດນາມ, ສັງຄະ​ນາຍົກ​ຮອງ​ຫົວ​ໜ້າ​ເຂດ​ຊາວ​ຄຼິດນະຄອນ ​ໂຮ່ຈີ​ມິນ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມາ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເມຍ 2014. ທີ່​ການ​ຕ້ອນຮັບ​ຄະນະ, ທ່ານ ຫງວຽນ​ເທ໋ຈູງ ຢືນຢັນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ກ່ຽວ​ກັບ​ເສດຖະກິດ - ສັງຄົມ ຂອງ​ທົ່ວ​ປະ​ເທດ​ໃນ​ປີ 2013 ແມ່ນມີ​ການ​ປະກອບ​ສ່ວນ​ຂອງ​ຄະນະ​ບໍລິຫານ​ງານພຸດທະ​ສາສະໜາ ຫວຽດນາມ ​ໃນ​ວຽກ​ງານ​ນຳພາ​ປະສົງ​ສາມະ​ເນນ, ພຸດທະສາສະນິກກະ​ຊົນຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະເທດຊາດ, ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ, ສັງຄົມ. ປີ 2014, ​ໄປ​ຄຽງ​ຄູ່​ກັບ​ບັນດາ​ກາລະ​​ໂອ​ກາດ, ປະ​ເທດຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ທ້າທາຍ​ຫຼາຍ​ຢ່າງ, ດັ່ງ​ນັ້ນ​ສູນ​ກາງ​ສະມາ​ຄົມ​ພຸດທະ​ສາສະໜາ ຫວຽດນາມ ສືບ​ຕໍ່​ນຳພາພະສົງ​ສາມະ​ເນນ, ພຸດທະສາສະນິກກະ​ຊົນ ​ໃນ​ການ​ເຄື່ອນ​ໄຫວ​ພັດທະນາ​ການ​ຜະລິດ, ດຳ​ເນີ​ນທຸລະ​ກິດ ກໍ່​ຄື​ໃນ​ວຽກ​ງານ​ກຸສົນ​ສັງຄົມ​ເພື່ອ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

 

ຂ່າວ/ບົດ​ອື່ນ