ສຳ​ນັກ​ຂ່າວ​ສານ ເຢຍ​ລະ​ມັນ DPA ແນະ​ນຳ​ສະ​ຖານ​ທີ່​ທ່ຽວ​ທ່ຽວ​ດູດ​ດື່ມ​ຂອງ ຫວຽດ​ນາມ ຕໍ່​ມວນ​ຊົນ

(VOVWORLD) - ດ້ວຍຫົວຂໍ້ “ການເດີນທາງຢ້ຽມຢາມປະເທດ ຫວຽດນາມ ແຕ່ເໜືອຮອດໃຕ້”, ບົດຂຽນດັ່ງກ່າວ ໄດ້ຂຽນວ່າ ຝັ່ງທະເລອັນຍາວຢຽດ, ຜາຫີນທີ່ສູງຊັນ, ນາຂັ້ນໄດ, ບັນດາຕົວເມືອງທີ່ຟົດຟື້ນເນືອງນັນ ແຕກຕ່າງກັບບັນດາໝູ່ບ້ານທີ່ສະຫງົບງຽບ ແລະ ລຽບງ່າຍ ຂອງ ຫວຽດນາມ ໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມປະທັບໃຈທີ່ສຸດ. 
ສຳ​ນັກ​ຂ່າວ​ສານ ເຢຍ​ລະ​ມັນ DPA ແນະ​ນຳ​ສະ​ຖານ​ທີ່​ທ່ຽວ​ທ່ຽວ​ດູດ​ດື່ມ​ຂອງ ຫວຽດ​ນາມ ຕໍ່​ມວນ​ຊົນ - ảnh 1ຄວາມງາມຂອງອ່າວ ຮະລອງ (ພາບ: TTXVN)

   ສຳນັກຂ່າວສານ DPA  ຫາກໍມີບົດຂຽນແນະນຳ  ສະຖານທີ່ທ່ອງທ່ຽວ 11 ແຫ່ງທີ່ດູດດື່ມຢູ່ ຫວຽດນາມ ແລະ ໄດ້ເອົາລົງໃນບັນດາໜັງສືພິມເອເລັກໂຕນິກຂອງ ເຢຍລະມັນ, ໃນນັ້ນ ມີ có Sueddeutsche.de, Zeit.de, RNZ.de, Allgemeine-zeitung.de,...

        ດ້ວຍຫົວຂໍ້ “ການເດີນທາງຢ້ຽມຢາມປະເທດ ຫວຽດນາມ ແຕ່ເໜືອຮອດໃຕ້”, ບົດຂຽນດັ່ງກ່າວ ໄດ້ຂຽນວ່າ ຝັ່ງທະເລອັນຍາວຢຽດ, ຜາຫີນທີ່ສູງຊັນ, ນາຂັ້ນໄດ, ບັນດາຕົວເມືອງທີ່ຟົດຟື້ນເນືອງນັນ ແຕກຕ່າງກັບບັນດາໝູ່ບ້ານທີ່ສະຫງົບງຽບ ແລະ ລຽບງ່າຍ ຂອງ ຫວຽດນາມ ໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມປະທັບໃຈທີ່ສຸດ. ບົດຂຽນ ໄດ້ຄັດເລືອກ 11 ສະຖານທີ່ທ່ອງທ່ຽວ ທີ່ເປັນເອກະລັກ ມາແນະນຳໃຫ້ແຂກທ່ອງທ່ຽວຊອກຮູ້ກ່ອນທີ່ຂຶ້ນແຜນໄປທ່ອງທ່ຽວ ພາຍຫຼັງໄລຍະເກີດໂຄວິດ - 19, ໃນນັ້ນ ລ້ວນແຕ່ມີບັນດາສະຖານທີ່ທ່ອງທ່ຽວ ຫຼື ທັດສະນີຍະພາບທີ່ລືຊື່ ແລະ ເປັນເອກະລັກຈາກເຂດພູຜາປ່າໄມ້ທີ່ຮົກເຮື້ອຢູ່ພາກເໜືອ ຕະຫຼອດຮອດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ພາກກາງ ຫວຽດນາມ.

ສະຖານທີ່ທຳອິດ ທີ່ DPA ໄດ້ເຕື້ອງເຖິງນັ້ນ ແມ່ນ ຊາປາ - ສະຖານທີ່ສະຫງົບງຽບ ເຊິ່ງມີອາກາດໜາວຢູ່ພາກເໜືອ. ຫຼັງຈາກນັ້ນ DPA ຈະພາຜູ້ອ່ານມາຢ້ຽມຢາມ ຮ່າຢາງ - ບ່ອນທີ່ມີທາງກິ່ວ, ທາງຄ້ອຍ ແລະ ຄົດລ້ຽວ ເຊິ່ງໄດ້ອ້ອມຮອບດ້ວຍບັນດາສາຍພູ.  ອ່າວຮະລອງ, ເກາະກາດບ່າ ທີ່ມີສາຍນ້ຳຂຽວໃສເຢັນ; ຖ້ຳ ຟອງຍາ - ເກ໋ບ່າງ ທີ່ຍາວກວ່າ 350 ກິໂລແມັດ, ກຸງເກົ່າ ເຫ້ວ ຫຼື ຄຸ້ມຖະໜົນເກົ່າ ໂຮ້ຍອານ … ກໍນອນໃນບັນຊີລາຍຊື່  ສະຖານທີ່ທ່ອງທ່ຽວ11 ແຫ່ງທີ່ດູດດື່ມ ເຊິ່ງ DPA ແນະນຳໃຫ້ຜູ້ອ່ານຄວນມາທ່ຽວພາຍຫຼັງໄລຍະໂຄວິດ - 19.

     ນອກຈາກນັ້ນ, ສື່ມວນຊົນ ເຢຍລະມັນ ຍັງ ແນະນຳເຖິງຜູ້ອ່ານກ່ຽວກັບດິນຟ້າອາກາດ ແລະ ເວລາຄວນໄປທ່ອງທ່ຽວ ຢູ່ ຫວຽດນາມ, ໃນນັ້ນ ຖືວ່າ ແຂກທ່ອງທ່ຽວ ສາມາດ ມາທ່ຽວ ຫວຽດນາມ ໃນທຸກໆເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ