ສຳ​ເລັດ​ການ​ກໍ່​ສ້າງໂຮງ​ໝໍ​ກາງ​ສະ​ໜາມ​ຢູ່ ແຂວງ ບັກ​ນິງ ແລະ ບັກ​ຢາງ ຢ່າງ​ສຳ​ເລັ​ດ

(VOVWORLD) -“ບັນດາພາກສ່ວນທັງໝົດຂອງໂຮງໝໍສອງແຫ່ງນີ້ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສຳເລັດໂດຍພື້ນຖານແລ້ວ ແລະ ສາມາດນຳໃຊ້ເຄື່ອນໄຫວນັບແຕ່ດຽວນີ້ເລີຍ..."
ສຳ​ເລັດ​ການ​ກໍ່​ສ້າງໂຮງ​ໝໍ​ກາງ​ສະ​ໜາມ​ຢູ່ ແຂວງ ບັກ​ນິງ ແລະ ບັກ​ຢາງ ຢ່າງ​ສຳ​ເລັ​ດ - ảnh 1ກວດກາວຽກງານການກະກຽມ

ຕໍ່ໜ້າສະພາບການທີ່ສັບສົນຂອງໂລກລະບາດໂຄວິດ - 19, ວັນທີ 19 ພຶດສະພາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສ້າງຕັ້ງໂຮງໝໍກາງສະໜາມ 2 ແຫ່ງ ໂດຍດ່ວນ ຢູ່ສອງແຂວງ ບັກຢາງ ແລະ ບັກນິງ ເພື່ອຈັດບ່ອນຢູ່ ແລະ ປິ່ນປົວໃຫ້ແກ່ຄົນເຈັບທີ່ຕິດເຊື້ອ. ໂຮງໝໍສອງແຫ່ງດັ່ງກ່າວ ສາມາດບັນຈຸຄົນເຈັບໄດ້ສູງສຸດແມ່ນ 1000 ຄົນ. ທ່ານພົນຈັດຕະວາ, ຮອງສາດສະດາຈານ. ປອ ຫງວຽນຊວັນກຽນ, ຫົວໜ້າກົມ ເສນາຮັກ ໃຫ້ຮູ້ວ່າ:

        “ບັນດາພາກສ່ວນທັງໝົດຂອງໂຮງໝໍສອງແຫ່ງນີ້ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສຳເລັດໂດຍພື້ນຖານແລ້ວ ແລະ ສາມາດນຳໃຊ້ເຄື່ອນໄຫວນັບແຕ່ດຽວນີ້ເລີຍ. ແຕ່ລະແຫ່ງ, ພວກຂ້າພະເຈົ້າ ມີຜູ້ປະຈຳການ 130 ຄົນ, ລວມມີທ່ານໝໍຢູ່ແຕ່ລະພະແນກ, ນາງພະຍາບານ ແລະ ກຳລັງຮັບໃຊ້ກ່ຽວກັບພະລາທິການ, ການຢາ ແລະ ວັດຖຸອຸປະກອນ ເພື່ອໃຫ້ຄວາມຮັບປະກັນ”.


ຕອບກັບ

ຂ່າວ/ບົດ​ອື່ນ